ສິນເຊື່ອເພື່ອທຸລະກິດ SME

ຈຸດປະສົງ: ເງິນກູ້ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ແມ່ນເປັນການສະໜັບສະໜູນທາງດ້ານແຫຼ່ງທຶນ ໃນຮູບແບບການປ່ອຍເງິນກູ້ ທັງເງິນກູ້​ທົ່ວໄປ​ ແລະ ເງິນກູ້ໝູນວຽນ ເພື່ອເຮັດໃຫ້ບັນດາວິສາຫະກິດເຫຼົ່ານັ້ນ ໄດ້ມີການຂະຫຍາຍຕົວ.

ເປົ້າໝາຍ:

ຈຸນລະວິສາຫະກິດ

ວິສາຫະກິດຂະໜາດນ້ອຍ

ວິສາຫະກິດຂະໜາດກາງ

ຫຼັກຊັບຄ້ຳປະກັນ: ທຸກການກູ້ຢືມ ຕ້ອງມີການຄ້ຳປະກັນ ຫຼື ຫຼັກຊັບຄ້ຳປະກັນຕາມກຳນົດອອກໃນລະບຽບການຄ້ຳປະກັນໃນແຕ່ລະໄລຍະ.

ອັດຕາດອກເບ້ຍ ແລະ ຄ່າບໍລິການອື່ນໆ: ອັດຕາ​ດອກ​ເບ້ຍ​ແມ່ນ​​ໃຫ້ປະຕິບັດຕາມຜັງ​ດອກ​ເບ້ຍ​ຂອງ ສະຖາບັນການເງິນຊັບທະວີ ​ກຳນົດ​ອອກ​ໃນ​ແຕ່ລະ​ໄລຍະ ຄ່າ​ບໍລິການດ້ານ​ສິນ​ເຊື່ອ​ແມ່ນ​ຂື້ນຕາມວົງເງິນການກູ້ຢືມ

ຈຸດພິເສດ:

  • ເອກະສານງ່າຍ
  • ວົງເງິນກູ້ຢືມສູງ
  • ຜ່ອນຍາວສະບາຍ ສູງສຸດ 36 ເດືອນ
  • ອະນຸມັດໄວ
  • ໄດ້ເງິນທັນທີ

ເງື່ອນໄຂຜູ້ສະໝັກກູ້ຢືມ

  • ເປັນຜູ້ປະກອບການ, ນັກທຸລະກິດ ຫຼື ປະຊາຊົນທົ່ວໄປທີ່ຕ້ອງການໃຊ້ເງິນລົງທຶນໃນທຸລະກິດ
  • ມີປະຫວັດດີ, ມີລາຍຮັບທີ່ແນ່ນອນ ສາມາດຊຳລະໄດ້ທັ່ງຕົ້່ນທືນ ແລະ ດອກເບ້ຍ
  • ບໍ່ມີໜີ້ສິນນຳທະນາຄານ ຫຼື ສະຖາບັນອື່ນ.

ເອກະສານສຳເນົາ ທີ່ຕ້ອງຄັດຕິດປະກອບມີ:

  • ໃບຢັ້ງຢືນທີ່ຢູ່ ຂອງຜູ້ກູ້ ແລະ ຜູ້ຄ້ຳປະກັນ
  • ສຳເນົາ ບັດປະຈຳຕົວ ຫຼື ກ່ອບປີ້ສຳມະໂນຄົວຂອງຜູ້ກູ້ ແລະ ຜູ້ກູ້ຄ້ຳປະກັນ
  • ໃບລາຍງານຖານະການເງິນ ຫຼື ໃບສະຫຼຸບລາຍຮັບ-ລາຍຈ່າຍ 3 ເດືອນຍ້ອນຫຼັງ
  • ສຳເນົາໃບທະບຽນວິສາຫະກິດ, ພາສີອາກອນ
  • ສຳເນົາ ເອກະສານຢັ້ງຢືນຫຼັກຊັບຄໍ້າປະກັນ (ໃນກໍລະນີຕ້ອງມີຫຼັກຊັບຄໍ້າປະກັນ) ທີ່ຕ້ອງເປັນຂອງຜູ້ກູ້ເອງເທົ່ານັ້ນ.
Scroll to Top