ເງິນກູ້ເພື່ອຊາວກະສິກຳ

ຈຸດປະສົງ: ເປັນເງີນກູ້ ສຳລັບຊາວກະສິກຳ, ຫັດຖະກຳ ແລະ ການແປຮູບ ເພື່ອຊຸກຍູ້ຊາວກະສິກອນ ທີ່ຍັງຂາດທຶນໃນການ ຂະຫຍາຍກິດຈະການ, ສົ່ງເສີມການຜະລິດເພື່ອສ້າງລາຍຮັບເພີ່ມຂື້ນໃນຂົງເຂດກະສິກຳ ແລະ ຍົກສະມັດຖະພາບການຜະລິດໃຫ້ ສູງຂື້ນ ຈົນກາຍເປັນສິນຄ້າ.

ເປົ້າໝາຍ:

1 ການຜະລິດກະສິກຳໄດ້ແກ່ ກຸ່ມປູກຝັງ, ກຸ່ມລ້ຽງສັດ ແລະ ກຸ່ມການປະມົງ

2 ການຜະລິດຫັດຖະກຳ ຫຼື ສີມືແຮງງານ ໄດ້ແກ່ ກຸ່ມເຮັດຈັກສານ, ກຸ່ມຕຳແຜ່ນແພ

3 ການແປຮູບ ໄດ້ແກ່ ກຸ່ມນຳຜົນຜະລິດກະສິກຳ ມາແປຮູບ ເພື່ອສ້າງມູນຄ່າເພີ່ມ

ຫຼັກຊັບຄ້ຳປະກັນ: ທຸກການກູ້ຢືມ ຕ້ອງມີການຄ້ຳປະກັນ ຫຼື ຫຼັກຊັບຄ້ຳປະກັນຕາມກຳນົດອອກໃນລະບຽບການຄ້ຳປະກັນໃນແຕ່ລະ ໄລຍະ.

ອັດຕາດອກເບ້ຍ ແລະ ຄ່າບໍລິການອື່ນໆ: ອັດຕາ​ດອກ​ເບ້ຍ​ແມ່ນ​​ໃຫ້ປະຕິບັດຕາມຜັງ​ດອກ​ເບ້ຍ​ຂອງ ສະຖາບັນການເງິນຊັບທະວີ ​ກຳນົດ​ອອກ​ໃນ​ແຕ່ລະ​ໄລຍະ ຄ່າ​ບໍລິການດ້ານ​ສິນ​ເຊື່ອ​ແມ່ນ​ຂື້ນຕາມວົງເງິນການກູ້ຢືມ

ຈຸດພິເສດ:

  • ເອກະສານງ່າຍ
  • ວົງເງິນກູ້ຢືມສູງ
  • ຜ່ອນຍາວສະບາຍ ສູງສຸດ 36 ເດືອນ
  • ອະນຸມັດໄວ
  • ໄດ້ເງິນທັນທີ

ເງື່ອນໄຂຜູ້ສະໝັກກູ້ຢືມ

  • ເປັນຜູ້ປະກອບການເປັນຊາວກະສິກອນຢ່າງແທ້ຈິງ
  • ຕ້ອງມີປະສົບການໃນການເຮັດກະສິກຳ, ຫັດຖະກຳ ມາກ່ອນ ແລະ ສາມາດສ້າງຜົນກຳໄລໄດ້
  • ບໍ່ມີໜີ້ສິນນຳທະນາຄານ ຫຼື ສະຖາບັນອື່ນ

ເອກະສານສຳເນົາ ທີ່ຕ້ອງຄັດຕິດປະກອບມີ:

  • ໃບຢັ້ງຢືນທີ່ຢູ່ ຂອງຜູ້ກູ້ ແລະ ຜູ້ຄ້ຳປະກັນ
  • ສຳເນົາ ບັດປະຈຳຕົວ ຫຼື ກ່ອບປີ້ສຳມະໂນຄົວຂອງຜູ້ກູ້ ແລະ ຜູ້ກູ້ຄ້ຳປະກັນ
  • ເອກະສານປະມູນຊື້-ຂາຍຜະລິດຕະພັນ
  • ສຳເນົາ ເອກະສານຢັ້ງຢືນຫຼັກຊັບຄໍ້າປະກັນ (ໃນກໍລະນີຕ້ອງມີຫຼັກຊັບຄໍ້າປະກັນ) ທີ່ຕ້ອງເປັນຂອງຜູ້ກູ້ເອງເທົ່ານັ້ນ.
Scroll to Top