ປະກັນໄພອຸປະຕິເຫດທາງດ້ານຮ່າງກາຍ ຄຸ້ມຄອງທຸກຄ່າໃຊ້ຈ່າຍທີ່ເກີດຈາກ ອຸປະຕິເຫດ

  • ປະກັນໄພອຸປະຕິເຫດທາງດ້ານຮ່າງກາຍ ຄຸ້ມຄອງທ່ານຈາກທຸກຄ່າໃຊ້ຈ່າຍ ທີ່ເກີດຈາກອຸປະຕິເຫດ

       ປະກັນອຸປະຕິເຫດທາງດ້ານຮ່າງກາຍ ໃຫ້ການທົດແທນຄືນຄ່າປີ່ນປົວ, ພິການຖາວອນ ແລະ ເສຍຊີວິດແກ່ຜູ້ໄດ້ຮັບການຄຸ້ມຄອງ, ຊ່ວຍຫຼຸດຜ່ອນບັນຫາທາງດ້ານການເງິນແກ່ທ່ານ ແລະຄອບຄົວຂອງທ່ານກໍລະນີເກີດອຸປະຕິເຫດ. ປະກັນ ອຸປະຕິເຫດສ່ວນບຸກຄົນ ໃຫ້ການຄຸ້ມກັນທ່ານ:

       ໃຫ້ການຄຸ້ມກັນທ່ານຈາກການສູນເສຍ ຫຼື ໄດ້ຮັບບາດເຈັບ ຈາກອຸປະຕິເຫດ ຄຸ້ມກັນທົ່ວໂລກ ຕະຫຼອດ 24 ຊົ່ວໂມງ ບໍ່ຕ້ອງກວດສຸຂະພາບກ່ອນເຮັດປະກັນໄພ.

ແຜນຄຸ້ມຄອງປະກັນອຸປະຕິເຫດທາງດ້ານຮ່າງກາຍ ມີ 3 ທາງເລືອກ

ລາຍລະອຽດ

ທາງເລືອກ 1


ທາງເລືອກ 2

 


ທາງເລືອກ 3

 

ຄ່າທໍານຽມ (ລາຄາ) ປະກັນໄພ ຕໍ່ປີ

60,000 ກີບ

90,000 ກີບ

160,000 ກີບ

ເສຍຊີວິດຈາກອຸປະຕິເຫດ

10,000,000 ກີບ

16,000,000 ກີບ

30,000,000 ກີບ

ພິການຖາວອນຈາກອຸປະຕິເຫດ

10,000,000 ກີບ

16,000,000 ກີບ

30,000,000 ກີບ

ຄ່າປີ່ນປົວ

1,000,000 ກີບ

1,600,000 ກີບ

3,000,000 ກີບ

ພິເສດ: ທ່ານສາມາດເລືອກຊື້ປະກັນ ອຸປະຕິເຫດທາງດ້ານຮ່າງກາຍໄດ້ຫຼາຍສັນຍາ ເພື່ອຮັບການຄຸ້ມກັນທີ່ສູງຂື້ນ.

ເງື່ອນໄຂບຸກຄົນທີ່ສາມາດຊື້ປະກັນອຸປະຕິເຫດທາງດ້ານຮ່າງກາຍ ຕ້ອງເປັນບຸກຄົນທີ່ອາໄສຢູ່ໃນ ສປປ ລາວ ແລະ ມີອາຍຸຕັ້ງແຕ່ 18-75 ປີ.

Scroll to Top