ປະກັນໄພຂັບຂີ່ WYFI

  • ປະກັນໄພລົດແບບຂັບຂີ່ສະບາຍ (WYFI)

ປະກັນໄພລົດແບບຂັບຂີ່ສະບາຍ ຂອງ ບໍລິສັດ ອາລິອັນສ໌ ປະກັນໄພລາວ (WYFI) ໃຫ້ທ່ານຂັບຂີ່ຢ່າງສະບາຍໃຈໂດຍບໍ່ຕ້ອງກັງວົນກັບຄ່າໃຊ້ຈ່າຍທີ່ອາດເກີດຂື້ນກັບຍານພາຫະນະຂອງທ່ານໃນເວລາເກີດ ອຸປະຕິເຫດ ເພາະວ່າລົດຂອງທ່ານຈະໄດ້ຮັບການຄຸ້ມກັນຈາກປະກັນໄພລົດແບບຂັບຂີ່ສະບາຍ.

ປະກັນໄພລົດແບບຂັບຂີ່ສະບາຍ ຂອງ ບໍລິສັດ ອາລິອັນສ໌ ປະກັນໄພລາວ ເປັນ ການປະກັນໄພທີ່ສະດວກສະບາຍ ແລະ ລາຄາບໍ່ແພງ ປະກັນໄພ WYFI  ຈະມີຢູ່ 3 ທາງເລືອກ ແຕ່ລະທາງເລືອກມີ 2 ຮູບແບບຄື: ແບບມີສ່ວນຮ່ວມ ແລະ ບໍ່ມີສ່ວນຮ່ວມ

ທາງເລືກ 1 ທາງເລືກ 2 ທາງເລືກ 3
WYFI WYFIs WYFI+ WYFI+s WYFI2 WYFI2s

ຜົນປະໂຫຍດ ແລະ ການຄຸ້ມຄອງ ຂອງປະກັນໄພລົດແບບຂັບຂີ່ສະບາຍ WYFI

ໃຫ້ການຄຸ້ມຄອງທ່ານ 4 ຢ່າງໃນສັນຍາດຽວ:

  1. ໃຫ້ການຄຸ້ມກັນຄວາມເສຍຫາຍລົດຂອງທ່ານທີ່ເກີດຈາກອຸປະຕິເຫດຈາກ ການຕໍາ ກັບຍານພາຫະນະອື່ນ ທີ່ແລ່ນດ້ວຍເຄື່ອງຈັກ ຫຼື ພະລັງງານໄຟຟ້າ ແລະ ສາມາດລະບຸຄູ່ກໍລະນີໄດ້ ດ້ວຍວົງເງິນປະກັນສູງສຸດເຖິງ 50 ລ້ານກີບ ຕໍ່ອຸປະຕິເຫດໜື່ງຄັ້ງ.
  2. ໃຫ້ການຄຸ້ມກັນຜູ້ຂັບຂີ່ ແລະ ຄົນໂດຍສານໃນກໍລະນີເກີດການບາດເຈັບ ຫຼື ເສຍຊີວິດ ຈາກອຸປະຕິເຫດ.
  3. ຄຸ້ມກັນຄວາມຮັບຜິດຊອບຕໍ່ບຸກຄົນທີສາມສູງໃນວົງເງິນສູງ ລວມມີ:
  • ຄ່າໃຊ້ຈ່າຍໃນການປິ່ນປົວ
  • ທົດແທນຄ່າເສຍຊີວິດແກ່ຄອບຄົວຜູ້ເສຍຊີວິດ
  • ທົດແທນຄ່າພິການຖາວອນທັງໝົດ
  • ຄວາມເສຍຫາຍທາງດ້ານວັດຖຸ
  1. ຄໍ້າປະກັນການປົກປ້ອງສິດ ແລະ ຮຽກຮ້ອງທົດແທນຄືນ.

ເງື່ອນໄຂໃນການຊື້ປະກັນໄພລົດແບບຂັບຂີ່ສະບາຍ ມີດັ່ງນີ້:

ປະເພດລົດ: ລົດເກງ, ລົດກະບະ, ລົດຈິບ ແລະ ລົດຕູ້ 12 ບ່ອນນັ່ງລົງມາ

ບໍ່ຕ້ອງກວດກາສະພາບລົດກ່ອນເຮັດປະກັນໄພ

ບໍ່ຈໍາກັດລຸ້ນ ແລະ ອາຍຸການໃຊ້ງານຂອງລົດ

ຄ່າທຳນຽມປະກັນໄພຄົງທີ່ ບໍ່ວ່າຈະຕໍ່ສັນຍາ ຫຼື ສັນຍາໃໝ່.

* ສາມາດເລືອກເອົາການຄຸ້ມກັນແບບມີຄວາມຮັບຜິດຊອບຮ່ວມເພື່ອຮັບສ່ວນລຸດ.

Scroll to Top