- ປະກັນໄພລົດ ບຸກຄົນທີສາມ ປົກປ້ອງ ແລະ ຄຸ້ມຄອງ ທ່ານສໍາຫຼັບຄ່າໃຊ້ຈ່າຍຈາກອຸປະຕິເຫດ
ອີງຕາມກົດໝາຍວ່າດ້ວຍການປະກັນໄພໄດ້ກໍານົດໄວ້ວ່າ ຍານພາຫະນະທຸກຊະນິດ ທີ່ນໍາໃຊ້ສັນຈອນໃນ ສປປ ລາວ ຕ້ອງມີປະກັນໄພ ເພື່ອຄຸ້ມຄອງຜູ້ທີ່ໄດ້ຮັບເຄາະຮ້າຍໃນກໍລະນີທີ່ມີອຸປະຕິເຫດ ບົນທ້ອງຖະໜົນ.
ບໍ່ວ່າທ່ານຈະເປັນຜູ້ຂັບຂີ່ ລົດຕຸກຕຸກ, ລົດຈັກ, ລົດເກັງ, ລົດກະບະ, ຫຼື ລົດບັນທຸກ ທີ່ມີຄວາມຊໍານານ ແລະ ຂັບຂີ່ດ້ວຍຄວາມລະມັດລະວັງພຽງໃດກໍ່ຕາມ ອຸປະຕີເຫດກໍ່ສາມາດເກີດຂື້ນໄດ້ທຸກເວລາ ແລະເມື່ອເກີດຂື້ນແລ້ວກໍ່ສ້າງຄວາມເສຍຫາຍບໍ່ຫຼາຍກໍ່ໜ້ອຍ ດັ່ງນັ້ນການເຮັດປະກັນໄພລົດຄວາມຮັບຜິດທາງແພ່ງຕໍ່ບຸກຄົນທີ່ສາມໄວ້ ຈີ່ງສາມາດຊ່ວຍແບ່ງເບົາຄ່າໃຊ້ຈ່າຍຂອງທ່ານ.
ປະກັນໄພລົດຄວາມຮັບຜິດຊອບທາງແພ່ງຕໍ່ບຸກຄົນທີ່ສາມ ຂອງ ບໍລິສັດ ອາລິອັນສ໌ ປະກັນໄພ ລາວ ໃຫ້ການຄຸ້ມກັນຄວາມຮັບຜິດຊອບຂອງທ່ານຕໍ່ກັບຄ່າໃຊ້ຈ່າຍຕໍ່ບຸກຄົນທີສາມ ໃນກໍລະນີ ເກີດຄວາມເສຍຫາຍຕໍ່ວັດຖຸ, ເກີດການບາດເຈັບ ຫຼື ເສຍຊີວິດຈາກອຸປະຕິເຫດທີ່ທ່ານເປັນຕົ້ນ ເຫດ.
ປະກັນໄພລົດຄວາມຮັບຜິດຊອບທາງແພ່ງຕໍ່ບຸກຄົນທີ່ສາມ ໃຫ້ການຄຸ້ມຄອງດັ່ງນີ້:
- ໃຫ້ການຄຸ້ມກັນ ຄວາມເສຍຫາຍທາງດ້ານຮ່າງກາຍ, ທາງດ້ານວັດຖຸ, ຂອງຄູ່ກໍລະນີ, ຜູ້ຂັບຂີ່ ແລະ ຜູ້ໂດຍສານ
- ໃນການຄຸ້ມກັນບຸກຄົນທີ່ສາມ ໃຊ້ໄດ້ກໍຕໍ່ເມື່ອ ຜູ້ທີ່ເຮັດປະກັນໄພເປັນຝ່າຍຜິດ ແລະ ຈະບໍ່ຮັບແປງ ລົດຂອງຜູ້ທີ່ໄດ້ຮັບປະກັນໄພ, ເມື່ອລົດຂອງ ຜູ່ທີ່ໄດ້ຮັບປະກັນໄພ ເປ້ເພເສຍຫາຍ
ທ່ານສາມາດເລືອກເອົາການຄູ້ມກັນທີ່ແທດເໝາະກັບທ່ານ
ປະເພດລົດ | ພາກບັງຄັບ 0 | ທາງເລືອກ 1 | ທາງເລືອກ 2 | ທາງເລືອກ 3 | |
ລົດຈັກ | ໜ້ອຍກວ່າ 50 CC | 107,000 | 205,000 | 350,000 | 383,000 |
50 CC-124 CC | 152,000 | 249,000 | 441,000 | 483,000 | |
ຫຼາຍຫວ່າ 125 CC | 182,000 | 288,000 | 525,000 | 576,000 | |
ລົດ 3 ລໍ້ ຫຼື ຕຸກໆ ຮັບຈ້າງ | 273,000 | 486,000 | 960,000 | 1,053,000 | |
ລົດເບົາ ຮັບໃຊ້ສ່ວນຕົວ | ຄວາມແຮງໜ້ອຍກວ່າ 2.000 CC | 266,000 | 552,000 | 1,095,000 | 1,202,000 |
ຄວາມແຮງຫຼາຍກວ່າ 2.000 CC | 284,000 | 619,000 | 1,242,000 | 1,365,000 | |
ລົດເບົາ ຮັບຈ້າງ | ຄວາມແຮງໜ້ອຍກວ່າ 2.000 CC | 475,000 | 785,000 | 1,586,000 | 1,742,000 |
ຄວາມແຮງຫຼາຍກວ່າ 2.000 CC | 535,000 | 885,000 | 1,806,000 | 1,985,000 |