ປະກັນໄພສຸຂະພາບ

 

  1. ປະກັນໄພສຸຂະພາບ ຂອງ ບໍລິສັດ ອາລິອັນສ໌ ປະກັນໄພລາວ ໃຫ້ການຄຸ້ມກັນທ່ານ ແລະ ຄອບຄົວຂອງທ່ານ ໃນຍາມເຈັບປ່ວຍຈາກພະຍາດ ຫຼື ອຸປະຕິເຫດດ້ວຍວົງເງິນສູງ

ໃຫ້ການຄຸ້ມກັນ ແລະ ທົດແທນຄ່າໃຊ້ຈ່າຍ ໃນການປີ່ນປົວ ເມື່ອທ່ານເຈັບປ່ວຍຈາກພະຍາດຕ່າງໆ. 

ໃນກໍລະນີທີ່ທ່ານຕ້ອງນອນໃນໂຮງໝໍ

ປະກັນສຸຂະພາບ ຂອງ ບໍລິສັດ ອາລິອັນສ໌ ປະກັນໄພລາວ ຈະໃຫ້ການທົດແທນຄືນຄ່າໃຊ້ຈ່າຍດັ່ງນີ້:

  • ຄ່າປະກັນສຸຂະພາບ
  • ຄ່າຫ້ອງພັກປິ່ນປົວ ແລະ ອາຫານ
  • ຄ່າການຮັກສາ ແລະ ຢາປິ່ນປົວ
  • ຄ່າຫ້ອງຜູ້ປ່ວຍໜັກ
  • ຄ່າຜ່າຕັດ
  • ຄ່າການວາງຢາສະຫຼົບ
  • ຄ່າປິ່ນປົວການບາດເຈັບຈາກອຸບັດຕິເຫດ

ການຄຸ້ມຄອງການປິ່ນປົວແບບບໍ່ນອນໂຮງໝໍ

ປະກັນສຸຂະພາບ ຂອງ ບໍລິສັດ ອາລິອັນສ໌ ປະກັນໄພລາວ ຍັງໃຫ້ການຄຸ້ມກັນ ແລະ ທົດແທນຄືນຄ່າໃຊ້ ຈ່າຍແກ່ຜູ້ປ່ວຍນອກ ໃນກໍລະນີທີ່ທ່ານຈໍາເປັນຕ້ອງໄປພົບທ່ານໝໍເພື່ອກວດການເຈັບໄຂ້ໂດຍບໍ່ຈໍາເປັນຕ້ອງ ນອນໂຮງໝໍສູງສຸດ 30 ຄັ້ງຕໍ່ປີ.

  •  ການປະກັນສຸຂະພາບແບບເປັນກຸ່ມ ສໍາຫຼັບບໍລິສັດ ແລະ ອົງກອນ

ປະກັນສຸຂະພາບ ຂອງບໍລິສັດ ອາລິອັນສ໌ ປະກັນໄພລາວ ເປັນອີກທາງເລືອກໜື່ງສໍາຫຼັບບໍລິສັດ ແລະ ອົງກອນ ທີ່ຕ້ອງການເບີ່ງແຍງສຸຂະພາບ ແລະ ຮັບຜີດຊອບຄ່າປີ່ນປົວສຸຂະພາບຂອງພະນັກງານຂອງຕົນເອງ ໃຫ້ເປັນເລື່ອງງ່າຍ ແລະ ໄດ້ຮັບຜົນປະໂຫຍດທີ່ຫຼາກຫຼາຍ.

  • ປະຫຍັດຄ່າໃຊ້ຈ່າຍຂອງບໍລິສັດໃນການປີ່ນປົວສຸຂະພາບຂອງພະນັກງານ
  • ເພີ່ມຄວາມອຸ່ນໃຈ ແລະ ເຊື່ອໝັ້ນຂອງພະນັກງານທີ່ມີຕໍ່ອົງກອນ ແແລະ ເປັນກໍາລັງໃຈໃຫ້ພະນັກງານເຮັດວຽກໄດ້ຢ່າງສະບາຍໃຈ.
  • ການບໍລິການເຄື່ອຂ່າຍໂຮງໝໍຂອງ ຂອງ ບໍລິສັດ ອາລິອັນສ໌ ປະກັນໄພລາວ
  • ປະກັນສຸຂະພາບ ຂອງ ບໍລິສັດ ອາລິອັນສ໌ ປະກັນໄພລາວ ໄດ້ມີບໍລິການພິເສດໃຫ້ແກ່ລູກຄ້າທີ່ຊື້ ປະກັນສຸຂະພາບ ໃຫ້ສາມາດເຂົ້າປີ່ນປົວໃນໂຮງໝໍເຄື່ອຂ່າຍ ໂດຍບໍ່ຕ້ອງຈ່າຍເງິນຄ່າປີ່ນປົວເອງ ພາຍໃນຂອບເຂດວົງເງິນທີ່ລະບຸໄວ້ໃນສັນຍາ.

Scroll to Top