ຈຸດປະສົງ: ເປັນເງິນກູ້ໃຫ້ແກ່ພະນັກງານ ທີ່ສັງກັດຢູ່ກະຊວງ, ອົງການທຽບເທົ່າ, ອົງການສາກົນ, ຫົວໜ່ວຍທຸລະກິດທັງລັດວິສາຫະກິດ ແລະ ເອກະຊົນ ທີ່ມີລາຍຮັບໝັ້ນຄົງ ເພື່ອແກ້ໄຂເສດຖະກິດຄອບຄົວ
ເປົ້າໝາຍ: ພະນັກງານລັດ ຫຼື ພະນັກງານເອກະຊົນ
ຫຼັກຊັບຄ້ຳປະກັນ: ທຸກການກູ້ຢືມ ຕ້ອງມີການຄ້ຳປະກັນ ຫຼື ຫຼັກຊັບຄ້ຳປະກັນຕາມກຳນົດອອກໃນລະບຽບການຄ້ຳປະກັນໃນແຕ່ລະໄລຍະ.
ອັດຕາດອກເບ້ຍ ແລະ ຄ່າບໍລິການອື່ນໆ: ອັດຕາດອກເບ້ຍແມ່ນໃຫ້ປະຕິບັດຕາມຜັງດອກເບ້ຍຂອງ ສະຖາບັນການເງິນຊັບທະວີ ກຳນົດອອກໃນແຕ່ລະໄລຍະ ຄ່າບໍລິການດ້ານສິນເຊື່ອແມ່ນຂື້ນຕາມວົງເງິນການກູ້ຢືມ
ຈຸດພິເສດ:
- ເອກະສານງ່າຍ
- ວົງເງິນກູ້ຢືມສູງ
- ຜ່ອນສະບາຍ
- ອະນຸມັດໄວ
- ໄດ້ເງິນທັນທີ
ເງື່ອນໄຂຜູ້ສະໝັກກູ້ຢືມ
- ເປັນພະນັກງານລັດ, ລັດວິສາຫະກິດ ແລະ ພະນັກງານເອກະຊົນ ທີ່ມີຜູ້ວ່າຈ້າງຖືກຕ້ອງຕາມກົດໝາຍຂອງ ສປປ ລາວ
- ຕ້ອງເປັນພະນັກງານສົມບຸນ ແລະ ມີປະຫວັດດີປະຕິບັດໜ້າທີ່ຢູ່ກັບຜູ້ວ່າຈ້າງ ຢ່າງຕໍ່ເນື່ອງເກີນໜຶ່ງປີຂຶ້ນໄປ
- ເປັນພະນັກງານທີ່ມີເງິນເດືອນຜ່ານທະນາຄານ ທຄຕລ ຫຼື ທະນາຄານທີ່ກ່ຽວຂ້ອງສາມາດຢັ້ງຢືນໄດ້ຜ່ານໃບລາຍງານການເຄື່ອນໄຫວບັນຊີ (Bank Statement)
- ບໍ່ມີໜີ້ສິນນຳທະນາຄານ ຫຼື ສະຖາບັນອື່ນ
- ອື່ນໆ ຕາມການກຳນົດເພີ່ມໃນແຕ່ລະໄລຍະ
ເອກະສານສຳເນົາ ທີ່ຕ້ອງຄັດຕິດປະກອບມີ:
- ໃບຢັ້ງຢືນທີ່ຢູ່ ຂອງຜູ້ກູ້ ແລະ ຜູ້ຄ້ຳປະກັນ
- ສຳເນົາ ບັດປະຈຳຕົວ ຫຼື ກ່ອບປີ້ສຳມະໂນຄົວຂອງຜູ້ກູ້ ແລະ ຜູ້ກູ້ຄ້ຳປະກັນ
- ບັນຊີສຳຮອງຢ້ອນຫຼັງ 3 ເດືອນ
- ໃບຢັ້ງຢືນການເປັນພະນັກງານ ແລະ ໃບຢັ້ງຢືນເງິນເດືອນຈາກກົມກອງ
- ສຳເນົາ ເອກະສານຢັ້ງຢືນຫຼັກຊັບຄໍ້າປະກັນ (ໃນກໍລະນີຕ້ອງມີຫຼັກຊັບຄໍ້າປະກັນ) ທີ່ຕ້ອງເປັນຂອງຜູ້ກູ້ເອງເທົ່ານັ້ນ