ລາຍລະອຽດຂ່າວ
ສະຖາບັນການເງິນຊັບທະວີ ຮ່ວມກັບ ວິທະຍາໄລເຕັກນິກປາກປ່າສັກ ເຊັ່ນ ສັນຍາຮ່ວມມື ທາງດ້ານວິຊາການ
14/03/2023
ພິທີເຊັນສັນຍາວ່າດ້ວຍການຮ່ວມມື ທາງດ້ານວິຊາການ ແລະ ພັດທະນາຊັບພະຍາກອນມະນຸດແບບຍືນຍົງ ລະຫວ່າງ ສະຖາບັນການ ເງິນ ຊັບທະວີ (ຊທວ) ແລະ ວິທະຍາໄລເຕັກນິກປາກປ່າສັກ (ວຕປສ) ຈັດຂຶ້ນວັນທີ 13 ມີນາ 2023 ຢູ່ທີ່ສະຖາບັນການເງິນຊັບທະວີ ບ້ານສີ ໄຄ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍການລົງນາມຂອງທ່ານ ນາງ ລາສີ ມີສາວົງ ຜູ້ອໍານວຍການ ສະຖາບັນການເງິນ ຊັບທະວີ (ຊທວ) ແລະ ທ່ານ ສາຍສະຫນອນ ງາມສີ ຜູ້ອໍານວຍການ ວິທະຍາໄລເຕັກນິກປາກປ່າສັກ ມີຄູ-ອາຈານ ພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.
ການເຊັນສັນຍາຮ່ວມມືໃນຄັ້ງນີ້ ແມ່ນການຕົກລົງບົນພື້ນຖານຄູ່ສັນຍາສອງຝ່າຍ ເອກະພາບຮູບແບບການບໍລິການຮ່ວມກັນ ໃນການ ຮ່ວມມືທາງດ້ານວິຊາການ ແລະ ການພັດທະນາຊັບພະຍາກອນມະນຸດ ແບບຍືນຍົງ ລະຫວ່າງ “ ຊທວ ” ແລະ (ວຕປສ) ມີພັນທະໃນການ ຮ່ວມມືທາງດ້ານວິຊາການ ແລະ ການພັດທະນາຊັບພະຍາ ກອນມະນຸດ ແບບ ຍືນຍົງ ບົນພື້ນຖານ “ຊທວ” ສະຫນອງຂໍ້ມູນຂ່າວສານ ທີ່ “ວຕປສ” ຕ້ອງການປັບປຸງຫຼັກສູດການຮຽນ-ການສອນ ໃຫ້ນັກສຶກສາແຕ່ລະໄລຍະ ແລະ (ວຕປສ) ເຫັນດີ ແລກປ່ຽນບົດຮຽນ ເຝິກອົບຮົມ ທາງດ້ານວິຊາການ ສ້າງ ແລະ ພັດທະນາຊັບພະຍາກອນມະນຸດໃຫ້ “ ຊທວ ” ແຕ່ລະໄລຍະ.
ສັນຍາສະບັບນີ້ ມີອາຍຸການ 2 ປີ ເລີ່ມແຕ່ວັນທີ 13 ມີນາ 2023 ຫາ ວັນທີ 13 ມີນາ 2025 ຈະມີການທົບທວນສັນຍາຮ່ວມກັນ ພາຍຫຼັງຄົບ ອາຍຸການ 1 ປີ ສຳລັບຂອບເຂດໃນການຮ່ວມມື ດ້ານວິຊາການບາງຂະແໜງ ເປັນຕົ້ນ: ສະຖາບັນ (ຊທວ) ຈະສະໜອງຂໍ້ມູນ ແລະ ການປະຕິບັດວຽກງານຕົວຈິງໃຫ້ ວິທະຍາໄລເຕັກນິກປາກປູ່າສັກ ບາງສາຂາວິຊາ ເປັນຕົ້ນ ການຄຸ້ມຄອງຫ້ອງການ ແລະ ບໍລິຫານຊັບພະຍາກອນມະນຸດ ເລຂານຸການ ການເງິນ ການບັນຊີ ການຕະຫຼາດ ຄອມພິວເຕີທຸລະກິດ ປຸງແຕ່ງ ບໍລິການ ກົນຈັກ ແລະ ອືຶ່ນໆ ເຊິ່ງຈະເປັນຂໍ້ມູນໃນການປັບປຸງຫຼັກສູດການຮຽນ ແລະ ການສອນ ໃຫ້ບັນດາຄູ-ອາຈານ ໃນບັນດາພາກວິຊາທີ່ກ່ຽວຂ້ອງ ສະໜອງອາຈານຮັບເຊີນຂຶ້ນຫ້ອງສອນບາງໂອກາດ ເພືຶ່ອຖອດຖອນບົດຮຽນການເຄືຶ່ອນໄຫວທຸລະກິດ ໃຫ້ນັກຮຽນ ແລະ ສຶກສາປີສຸດທ້າຍ ພ້ອມສະເໜີຮັບນັກສຶກສາປີສຸດທ້າຍລົງເຝິກງານ ແລະ ຮັບເປັນພະນັກງານຂອງສະຖາບັນອີກດ້ວຍ.