
ຈຸດປະສົງ: ເປັນເງີນກູ້ ສຳລັບພະນັກງານ, ນັກທຸລະກິດ, ຊາວຄ້າຂາຍ ແລະ ປະຊາຊົນທົ່ວໄປ ເພື່ອນັກທຸລະກິດ ຫຼື ແມ່ຄ້າຊາວ ຂາຍທົວໄປ ທີ່ຕ້ອງການເງີນທຶນໃນການດຳເນີນທຸລະກິດ ຫຼື ນຳໄຊ້ໃນວຽກງານຕ່າງໆ ຕາມຄວາມເໝາະສົມຂອງຜູ້ກູ້ຢືມ, ເພື່ອຕອບສະໜອງໃຫ້ແກ່ບຸກຄົນ ຫຼື ນິຕິບຸກຄົນທີ່ຂາດສະພາບຄ່ອງໃນການດຳເນີນກິດຈະການຊົ່ວຄາວ.
ເປົ້າໝາຍ: ພະນັກງານ, ນັກທຸລະກິດ, ແມ່ຄ້າຊາວຂາຍ ແລະ ປະຊາຊົນທົ່ວໄປ
ຫຼັກຊັບຄ້ຳປະກັນ: ທຸກການກູ້ຢືມ ຕ້ອງມີການຄ້ຳປະກັນ ຫຼື ຫຼັກຊັບຄ້ຳປະກັນຕາມກຳນົດອອກໃນລະບຽບການຄ້ຳປະກັນໃນແຕ່ລະໄລຍະ.
ອັດຕາດອກເບ້ຍ ແລະ ຄ່າບໍລິການອື່ນໆ: ອັດຕາດອກເບ້ຍແມ່ນໃຫ້ປະຕິບັດຕາມຜັງດອກເບ້ຍຂອງ ສະຖາບັນການເງິນຊັບທະວີ ກຳນົດອອກໃນແຕ່ລະໄລຍະ ຄ່າບໍລິການດ້ານສິນເຊື່ອແມ່ນຂື້ນຕາມວົງເງິນການກູ້ຢືມ
ຈຸດພິເສດ:
- ເອກະສານງ່າຍ
- ວົງເງິນກູ້ຢືມສູງ
- ຜ່ອນຍາວສະບາຍ ສູງສຸດ 36 ເດືອນ
- ອະນຸມັດໄວ
- ໄດ້ເງິນທັນທີ
ເງື່ອນໄຂຜູ້ສະໝັກກູ້ຢືມ
- ເປັນຜູ້ປະກອບການ, ນັກທຸລະກິດ ຫຼື ປະຊາຊົນທົ່ວໄປທີ່ຕ້ອງການໃຊ້ເງິນລົງທຶນໃນທຸລະກິດ
- ຕ້ອງມີເອກະສານຄວາມຖືກຕ້ອງຂອງຊັບສິນ
- ບໍ່ມີໜີ້ສິນນຳທະນາຄານ ຫຼື ສະຖາບັນອື່ນ
ເອກະສານສຳເນົາ ທີ່ຕ້ອງຄັດຕິດປະກອບມີ:
- ໃບຢັ້ງຢືນທີ່ຢູ່ ຂອງຜູ້ກູ້ ແລະ ຜູ້ຄ້ຳປະກັນ
- ສຳເນົາ ບັດປະຈຳຕົວ ຫຼື ກ່ອບປີ້ສຳມະໂນຄົວຂອງຜູ້ກູ້ ແລະ ຜູ້ກູ້ຄ້ຳປະກັນ
- ສຳເນົາ ເອກະສານຢັ້ງຢືນຫຼັກຊັບຄໍ້າປະກັນ (ໃນກໍລະນີຕ້ອງມີຫຼັກຊັບຄໍ້າປະກັນ) ທີ່ຕ້ອງເປັນຂອງຜູ້ກູ້ເອງເທົ່ານັ້ນ.