
ຈຸດປະສົງ: ເປັນເງີນກູ້ ສຳລັບ ນັກທຸລະກິດ, ຊາວຄ້າຂາຍ ທີ່ຕ້ອງການເງີນທຶນດ່ວນໃນວົງເງີນທີ່ສູງ ໃນໄລຍະເວລາທີ່ສັ້ນ ເຊີ່ງນຳໄຊ້ເປັນທຶນໝູນວຽນ.
ເປົ້າໝາຍ:, ນັກທຸລະກິດ, ແມ່ຄ້າຊາວຂາຍ
ຫຼັກຊັບຄ້ຳປະກັນ: ທຸກການກູ້ຢືມ ຕ້ອງມີການຄ້ຳປະກັນ ຫຼື ຫຼັກຊັບຄ້ຳປະກັນຕາມກຳນົດອອກໃນລະບຽບການຄ້ຳປະກັນໃນແຕ່ລະໄລຍະ.
ອັດຕາດອກເບ້ຍ ແລະ ຄ່າບໍລິການອື່ນໆ: ອັດຕາດອກເບ້ຍແມ່ນໃຫ້ປະຕິບັດຕາມຜັງດອກເບ້ຍຂອງ ສະຖາບັນການເງິນຊັບທະວີ ກຳນົດອອກໃນແຕ່ລະໄລຍະ ຄ່າບໍລິການດ້ານສິນເຊື່ອແມ່ນຂື້ນຕາມວົງເງິນການກູ້ຢືມ.
ຈຸດພິເສດ:
- ເອກະສານງ່າຍ
- ວົງເງິນກູ້ຢືມສູງ
- ຜ່ອນຍາວສະບາຍ ສູງສຸດ 36 ເດືອນ
- ອະນຸມັດໄວ
- ໄດ້ເງິນທັນທີ
ເງື່ອນໄຂຜູ້ສະໝັກກູ້ຢືມ
- ເປັນຜູ້ປະກອບການ, ນັກທຸລະກິດ ຫຼື ຊາວຄ້າຂາຍ ທີ່ຕ້ອງການເງີນທຶນໝູນວຽນດ່ວນ.
- ບຸກຄົນ ຫຼື ນິຕິບຸກຄົນ ທີ່ຂາດເງີນທຶນ ທີ່ຈະມາໝູນວຽນໃນໄລຍະສັ້ນ.
- ຕ້ອງມີລາຍໄດ້ທີ່ແນ່ນອນ.
- ບໍ່ມີໜີ້ສິນນຳທະນາຄານ ຫຼື ສະຖາບັນການເງີນອື່ນ ( ບໍ່ມີໜີ້ສິນຄຸມເຄືອ ).
ເອກະສານສຳເນົາ ທີ່ຕ້ອງຄັດຕິດປະກອບມີ:
- ໃບຢັ້ງຢືນທີ່ຢູ່ ຂອງຜູ້ກູ້ ແລະ ຜູ້ຄ້ຳປະກັນ
- ສຳເນົາ ບັດປະຈຳຕົວ ຫຼື ກ່ອບປີ້ສຳມະໂນຄົວຂອງຜູ້ກູ້ ແລະ ຜູ້ກູ້ຄ້ຳປະກັນ
- ໃບລາຍງານຖານະການເງິນ ຫຼື ໃບສະຫຼຸບລາຍຮັບ-ລາຍຈ່າຍ 3 ເດືອນຍ້ອນຫຼັງ
- ສຳເນົາ ເອກະສານຢັ້ງຢືນຫຼັກຊັບຄໍ້າປະກັນ (ໃນກໍລະນີຕ້ອງມີຫຼັກຊັບຄໍ້າປະກັນ) ທີ່ຕ້ອງເປັນຂອງຜູ້ກູ້ເອງເທົ່ານັ້ນ.