
ຈຸດປະສົງ: ເປັນເງີນກູ້ ສຳລັບຊາວກະສິກຳ, ຫັດຖະກຳ ແລະ ການແປຮູບ ເພື່ອຊຸກຍູ້ຊາວກະສິກອນ ທີ່ຍັງຂາດທຶນໃນການ ຂະຫຍາຍກິດຈະການ, ສົ່ງເສີມການຜະລິດເພື່ອສ້າງລາຍຮັບເພີ່ມຂື້ນໃນຂົງເຂດກະສິກຳ ແລະ ຍົກສະມັດຖະພາບການຜະລິດໃຫ້ ສູງຂື້ນ ຈົນກາຍເປັນສິນຄ້າ.
ເປົ້າໝາຍ:
1 ການຜະລິດກະສິກຳໄດ້ແກ່ ກຸ່ມປູກຝັງ, ກຸ່ມລ້ຽງສັດ ແລະ ກຸ່ມການປະມົງ
2 ການຜະລິດຫັດຖະກຳ ຫຼື ສີມືແຮງງານ ໄດ້ແກ່ ກຸ່ມເຮັດຈັກສານ, ກຸ່ມຕຳແຜ່ນແພ
3 ການແປຮູບ ໄດ້ແກ່ ກຸ່ມນຳຜົນຜະລິດກະສິກຳ ມາແປຮູບ ເພື່ອສ້າງມູນຄ່າເພີ່ມ
ຫຼັກຊັບຄ້ຳປະກັນ: ທຸກການກູ້ຢືມ ຕ້ອງມີການຄ້ຳປະກັນ ຫຼື ຫຼັກຊັບຄ້ຳປະກັນຕາມກຳນົດອອກໃນລະບຽບການຄ້ຳປະກັນໃນແຕ່ລະ ໄລຍະ.
ອັດຕາດອກເບ້ຍ ແລະ ຄ່າບໍລິການອື່ນໆ: ອັດຕາດອກເບ້ຍແມ່ນໃຫ້ປະຕິບັດຕາມຜັງດອກເບ້ຍຂອງ ສະຖາບັນການເງິນຊັບທະວີ ກຳນົດອອກໃນແຕ່ລະໄລຍະ ຄ່າບໍລິການດ້ານສິນເຊື່ອແມ່ນຂື້ນຕາມວົງເງິນການກູ້ຢືມ
ຈຸດພິເສດ:
- ເອກະສານງ່າຍ
- ວົງເງິນກູ້ຢືມສູງ
- ຜ່ອນຍາວສະບາຍ ສູງສຸດ 36 ເດືອນ
- ອະນຸມັດໄວ
- ໄດ້ເງິນທັນທີ
ເງື່ອນໄຂຜູ້ສະໝັກກູ້ຢືມ
- ເປັນຜູ້ປະກອບການເປັນຊາວກະສິກອນຢ່າງແທ້ຈິງ
- ຕ້ອງມີປະສົບການໃນການເຮັດກະສິກຳ, ຫັດຖະກຳ ມາກ່ອນ ແລະ ສາມາດສ້າງຜົນກຳໄລໄດ້
- ບໍ່ມີໜີ້ສິນນຳທະນາຄານ ຫຼື ສະຖາບັນອື່ນ
ເອກະສານສຳເນົາ ທີ່ຕ້ອງຄັດຕິດປະກອບມີ:
- ໃບຢັ້ງຢືນທີ່ຢູ່ ຂອງຜູ້ກູ້ ແລະ ຜູ້ຄ້ຳປະກັນ
- ສຳເນົາ ບັດປະຈຳຕົວ ຫຼື ກ່ອບປີ້ສຳມະໂນຄົວຂອງຜູ້ກູ້ ແລະ ຜູ້ກູ້ຄ້ຳປະກັນ
- ເອກະສານປະມູນຊື້-ຂາຍຜະລິດຕະພັນ
- ສຳເນົາ ເອກະສານຢັ້ງຢືນຫຼັກຊັບຄໍ້າປະກັນ (ໃນກໍລະນີຕ້ອງມີຫຼັກຊັບຄໍ້າປະກັນ) ທີ່ຕ້ອງເປັນຂອງຜູ້ກູ້ເອງເທົ່ານັ້ນ.