ງານເຝິກອົບຮົມ ໃນຫົວຂໍ້ ” ຫຼັກການວິເຄາະ 5 C ແລະ ເທັກນິການທວງໜີ້ ” ໃຫ້ແກ່ພະນັກງານສິນເຊື່ອ.

ໃນວັນທີ 03/08/2024 ແລະ ວັນທີ 10/08/2024  ສະຖາບັນການເງິນ ຊັບທະວີ ໄດ້ຈັດການເຝິກອົບຮົມພະນັກງານ ໂດຍໃຫ້ກຽດເຂົ້າຮ່ວມເປັນ ວິທະຍາກອນ ໂດຍ ທ່ານ ອາຈານ ລໍາເງິນ ໂພເງິນ ອາຈານ ຈາກສະຖາບັນການທະນາຄານ ແລະ ຜູ້ອໍານວຍການ ສະຖາບັນການເງິນ ຊັບທະວີ ທ່ານ ພຸດທະສັກ ແສງສຸລິຍາ ພ້ອມດ້ວຍ ນັກສໍາມະນາກອນ ພະແນກສິນເຊື່ອ ແລະ ພະແນກການຕະຫຼາດສິນເຊື່ອເຂົ້າຮ່ວມ.

ຈຸດປະສົງໃນການເຝິກອົບຮົມ ເພື່ອເປັນການເຝິກຝົນຫລໍ່ຫລອມ ແລະ ເພີ່ມທັກສະການເຮັດວຽກຂອງພະນັກງານໃຫ້ມີຄວາມເຂົ້າໃຈຕໍ່ກັບວຽກງານ ສິນເຊື່ອ ແລະ ສາມາດນໍາໃຊ້ເທັກນິກ ເຂົ້າໃນວຽກງານຂອງຕົນໄດ້ຢ່າງມີປະສິດທິພາບ ປະສິດທິຜົນ ເພື່ອການບໍລິການລູກຄ້າໄດ້ຢ່າງເປັນມືອາຊີບ ແລະ ກ້າວໄປສູ່ການເປັນຜູ້ນຳໃນອານາຄົດພາຍພາກຫນ້າ.

ການຂຶ້ນຫ້ອງໃນຄັ້ງນີ້ ທ່ານ ອາຈານ ລໍາເງິນ ໂພເງິນ ອາຈານ ຈາກ ສະຖາບັນການທະນາຄານ ແມ່ນນໍາສະເໜີ ຫຼັກການວິເຄາະ 5 C ການວິເຄາະລູກຄ້າກ່ອນຕັດສິນໃຈປ່ອຍກູ້ເຊັ່ນ: Character, Capacity, Capital, Collateral, Condition  ແລະ ເທັກນິກການທວງໜີ້ເຊັ່ນ: ຊ່ອງທາງການທວງໜີ້, ວິທີທວງໜີ້ກັບລູກຄ້າໃນແຕ່ລະລາຍ ແລະ ການແກ້ໄຂໜີ້ຢ່າງມີປະສິດທິພາບ ໃຫ້ພະນັກງານສິນເຊື່ອຮັບຮູ້ ແລະ ສາມາດນໍາໄປໝູນໃຊ້ເຂົ້າໃນວຽກງານສິນເຊື່ອ ເພື່ອໃຫ້ການບໍລິການ ແລະ ຮັບໃຊ້ສັງຄົມ ຕາມລະບຽບ ແລະ ກົດໝາຍ

ສະຖາບັນການເງິນຊັບທະວີ ໄດ້ໃຫ້ຄວາມສຳຄັນ ພ້ອມທັງ ເອົາໃຈໃສ່ໃນການໃຫ້ບໍລິການລູກຄ້າ ແລະ ຈະສືບຕໍ່ພັດທະນາບຸກຄະລາກອນຂອງສະຖາບັນໃຫ້ດີຂຶ້ນໄປເທື່ອລະກ້າວ.

✅ ສະຖາບັນການເງິນ ຊັບທະວີ ✅

👍ເຊື່ອໝັ່ນ ເພີ່ມຜົນກຳໄລ ຮັບໃຊ້ສັງຄົມ👍

Scroll to Top