ພາຍຸດີເປຣຊັນ ກໍາລັງເຄື່ອນທີ່ຢູ່ໃກ້ດ້ານ ຕາເວັນຕົກທາງພາກເໜືອ ຂອງປະເທດ ຟິລິປິນ ດ້ວຍຄວາມໄວ 35 ກິໂລແມັດຕໍ່ຊົ່ວໂມງ ແລະ ມຸ້ງໜ້າມາທາງທະເລຈີນໃຕ້ ຕອນກາງ ແລະ ຈະເພີ່ມກໍາລັງແຮງຂຶ້ນ ກາຍເປັນພາຍຸໝູນເຂດຮ້ອນໃນຕອນແລງ ຂອງມື້ນີ້. ຄາດຄະເນວ່າ ພາຍຸຫົວນີ້ຈະເຄື່ອນທີ່ຂຶ້ນແຄມຝັ່ງຂອງ ສສ ຫວຽດນາມ ໃນວັນທີ 20 ກັນຍາ 2024.
ຈາກນັ້ນຈະອ່ອນກໍາລັງລົງເປັນພະຍຸດີເປຣຊັນເຄືອນທີ່ຜ່ານລະຫວ່າງ ແຂວງ ຄໍາມ່ວນ ແລະ ແຂວງ ສະຫວັນນະເຂດ ໃນໄລຍະວັນທີ 20-21 ກັນຍາ 2024 ນີ້. ຈາກທ່າອ່ຽງການເຄື່ອນທີ່ຂອງພາຍຸດັ່ງກ່າວ ຈະເຮັດໃຫ້ມີຝົນຕົກໃນລະດັບ ຄ່ອຍຫາປານກາງເປັນບໍລິເວນກ້ວາງໃນແຕ່ລະພາກ ແລະ ຕົກໜັກ ຫາ ໜັກຫຼາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ພາກກາງ ແລະ ພາກໃຕ້ໃນໄລຍະວັນທີ 19-21 ກັນຍາ 2024 ນີ້.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນໃນ ບັນດາແຂວງ ພາກກາງ ແລະ ພາກໃຕ້ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມື ຕໍ່ສະພາບຝົນຕົກໜັກຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນໍ້າຖ້ວມຊູ, ນໍ້າຖ້ວມຍື້ງ ແລະ ນໍ້າຖ້ວມອັ່ງໃນຕົວເມືອງ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.
#ຂອບໃຈຂໍ້ມູນຂ່າວຈາກLao Youth Radio FM 90.0 Mhz.