ເຖິງລະດັບເຕືອນໄພແລ້ວ ລະດັບນໍ້າຂອງຢູ່ນະຄອນປາກເຊ ແຂວງຈໍາປາສັກ ວັດແທກໄດ້ 11.09 ແມັດ
ກົມອຸຕຸນິຍົມ ແລະ ອຸທົກກະສາດລາຍງານ ວັນທີ 22 ກັນຍາ 2024 ນີ້ ວ່າ: ລະດັບນໍ້າຂອງທີ່ນະຄອນປາກເຊ ແຂວງຈໍາປາສັກ ວັດແທກໄດ້ 11.09 ແມັດ ເພີ່ມຂຶ້ນຈາກມື້ວັນທີ20 +15 ຊັງຕີແມັດ ເຊິ່ງສູງກວ່າລະດັບເຕືອນໄພ 9 ຊັງຕີແມັດ (ລະດັບເຕືອນໄພ 11.00 ແມັດ) ນອກນີ້ ສະຖານີວັດແທກຢູ່ບ້ານສິງສຳພັນ ເມືອງຊະນະສົມບູນ ວັດແທກໄດ້ 12.76 ແມັດ ສູງກວ່າລະດັບເຕືອນໄພ ໃກ້ຈະເຖິງລະດັບອັນຕະລາຍ (ເຕືອນໄພ 12 ແມັດ, ອັນຕະລາຍ 13 ແມັດ) ສ່ຽງຕໍ່ການເກີດນໍ້າຖ້ວມກະທັນຫັນ ເນື່ອງຈາກມີຝົນຕົກໜັກຢູ່ພາກເໜືອ ແລະ ພາກກາງ ຂອງປະເທດ .
Scroll to Top