- ອັດຕາເງິນເຟີ້ຂອງລາວ ໃນເດືອນກັນຍາ 2024, ຢູ່ໃນລະດັບ 21.7% ທຽບໃສ່ເດືອນສິງຫາ 2024 ແມ່ນ 24.3%. ແຕ່ຖ້າຄິດໄລ່ອັດຕາເງິນເຟີ້ໂດຍສະເລ່ຍ ໃນ 9 ເດືອນ 2024 ແມ່ນຢູ່ໃນລະດັບ 24.8% ເມື່ອທຽບໃສ່ໄລຍະເວລາດຽວກັນໃນ ປີ 2023 ຢູ່ໃນລະດັບ 33.7%.
ສາເຫດທີ່ເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນໃນຈັງຫວະທີ່ຊ້າລົງ ເນື່ອງຈາກສະພາບຄວາມກົດດັນຂອງອັດຕາແລກປ່ຽນໄລຍະປະຈຸບັນບໍ່ສູງ, ອັດຕາແລກປ່ຽນບໍ່ມີຄວາມຜັນຜວນຫລາຍ ແລະ ລາຄານໍ້າມັນທີ່ຫຼຸດລົງ. ແຕ່ກັບສະພາບການຜະລິດພາຍໃນບໍ່ທັນເຂັ້ມແຂງບວກກັບສະພາອາກາດທີ່ປ່ຽນແປງເຮັດໃຫ້ການສະໜອງບໍ່ພຽງພໍກັບຄວາມຕ້ອງການ ແລະ ເຮັດໃຫ້ສິນຄ້າຫລາຍລາຍການມີລາຄາສູງຂຶ້ນ.
ຫມວດສິນຄ້າທີ່ມີອັດຕາເງິນເຟີ້ເພີ່ມຂຶ້ນໃນເດືອນກັນຍາມີຄື: ຫມວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 34%, ຮອງລົງມາແມ່ນຫມວດທີ່ພັກອາໄສ, ນໍ້າປະປາ,ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 32.9%, ຫມວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 30.9%, ຫມວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 30.9%, ຫມວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 29.3%, ຫມວດການສຶກສາ ເພີ່ມຂຶ້ນ 29.3% ແລະ ສໍາລັບຫມວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 21.1%
ທີ່ມາ : ສູນສະຖິຕິແຫ່ງຊາດ.