ສະພາປະສານງານອາຊຽນ ປຶກສາຫາລືຫລາຍບັນຫາສຳຄັນ‼

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສືບຕໍ່ເປັນປະທານກອງປະຊຸມ ສະພາປະສານງານອາຊຽນ (ACC) ຄັ້ງທີ 35 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ຈັດຂຶ້ນໃນວັນທີ 8 ຕຸລາ 2024 ທີ່ນະຄອນຫລວງວຽງຈັນ ໂດຍໄດ້ປຶກສາຫາລື ແລະ ຮັບຊາບຄວາມຄືບໜ້າ ກ່ຽວກັບການກະ ກຽມເຂົ້າເປັນສະມາຊິກ ອາຊຽນສົມບູນຂອງ ຕີມໍແລັດສະເຕ ໂດຍສະເພາະ ຄວາມຄືບໜ້າການຈັດຕັ້ງປະຕິບັດ ແຜນດໍາເນີນງານການເຂົ້າເປັນສະມາຊິກອາຊຽນສົມບູນ ຂອງຕີມໍແລັດສະເຕ ກໍຄື ການກະ ກຽມບັນດາຮ່າງເອກະສານ ທາງດ້ານກົດໝາຍ ສໍາລັບການເຂົ້າເປັັນສະມາຊິກອາຊຽນ ຂອງ ຕີມໍແລັດສະເຕ.

ພ້ອມນີ້, ກອງປະຊຸມຍັງໄດ້ພິຈາລະນາ ແລະ ຮັບຮອງບັນດາບົດລາຍງານພາຍໃຕ້ 3 ເສົາຄ້ຳປະຊາຄົມອາຊຽນ ລວມທັງບົດລາຍງານຂອງເລຂາທິການໃຫຍ່ອາຊຽນ ກ່ຽວກັບການປະຕິບັດໜ້າທີ່ ວຽກງານຂອງກອງເລຂາອາຊຽນ, ບົດລາຍງານຂອງຄະນະກໍາມະການ ຜູ້ຕາງໜ້າຖາວອນປະຈໍາອາຊຽນ, ບົດລາຍງານຂອງປະທານ ຄະນະສະເພາະກິດຮັບຜິດຊອບຂໍ້ລິເລີ່ມ ເພື່ອການເຊື່ອມໂຍງອາຊຽນ, ບົດລາຍງານຂອງຄະນະກໍາມະການປະສານງານການເຊື່ອມຈອດອາຊຽນ ແລະ ບົດລາຍງານຄວາມຄືບໜ້າປະຈໍາປີ 2024 ຂອງເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ ລວມທັງໝົດ 13 ບົດລາຍງານ. ກອງປະຊຸມຍັງໄດ້ທົບທວນ ບັນດາເອກະສານຜົນຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45, ຮັບຮອງເອົາການແຕ່ງຕັ້ງຮອງເລຂາທິການອາຊຽນ ຂອງເສົາຄໍ້າປະຊາຄົມວັດທະນະທຳ-ສັງຄົມອາຊຽນຄົນໃໝ່ ຕາມຮອບວຽນຕົວອັກສອນ ເຊິ່ງແມ່ນ ທ່ານ San Lwin ຈາກມຽນມາ ໂດຍຈະປະຕິບັດໜ້າທີ່ແຕ່ປີ 2024-2027.

Scroll to Top