ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານ ຜູ້ນຳ ໃຊ້ລົດ, ໃຊ້ຖະໜົນ ທົ່ວນະຄອນຫຼວງວຽງຈັນ ຊາບທົ່ວເຖິງກັນວ່າ: ໃນລະຫວ່າງວັນທີ 15-18 ຕຸລາ 2024, ເວລາ 06:00 ໂມງ ຫາ 24:00 ໂມງ ແມ່ນຈະໄດ້ປິດເສັ້ນທາງສັນຈອນ ຊຶ່ງມີລາຍລະອຽດດັ່ງນີ້:
– ຖະໜົນ ດອນຈັນ (ແຄມຂອງ) ເລີ່ມແຕ່ ສາມແຍກປາກປ່າສັກ ຫາ ສາມແຍກອານຸສາວະລີ ເຈົ້າອານຸວົງ;
– ຖະໜົນ ເຈົ້າຟ້າງຸ່ມ ເລີ່ມແຕ່ ສີ່ແຍກໄຟອຳນາດໂຮງໝໍ
– ມະໂຫສົດ ຫາ ສີ່ແຍກໄຟອຳນາດກະຊວງແຜນການ
ແລະ ການລົງທຶນ;
– ຖະໜົນ ຂຸນບູລົມ ເລີ່ມແຕ່ ວົງວຽນປາກປ່າສັກ ໄປຫາ ສີ່ແຍກວັດອິນແປງ;
– ຖະໜົນ ເຈົ້າອານຸ ເລີ່ມແຕ່ ວັດຈັນ ຫາ ຖະໜົນ ເສດຖາທິລາດ.
ເພື່ອຈັດງານບຸນອອກພັນສາ ປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ປະຈຳປີ 2024.