





ໃນມື້ຂື້ນ 15 ຄ່ຳ ເດືອນ 11 ສັດທາຊາວບ້ານ ແລະພຣະສົງສາມະເນນຮ່ວມກັນສ້າງເຮືອໄຟຂື້ນ ໃນເຂດວັດບ່ອນທີ່ເໝາະສົມ ພໍຮອດຕອນຄ່ຳກໍ່ນຳປະທີບນ້ຳມັນ ດອກໄມ້ ທູບທຽນມາຈູດໄຕ້ບູຊາພຣະຣັດຕະນະໄຕຣ ບາງບ່ອນຢູ່ໃກ້ແມ່ນ້ຳກໍ່ເຮັດເຮືອໄຟແລ້ວນຳໄປໄຫຼນ້ຳ ຖືວ່າການບູຊາປະທີບນ້ຳມັນນັ້ນມີອານິສົງຫຼາຍ ຕົວຢ່າງເຊັ່ນ: ພຣະອານຸຣຸດທະເຖຣະ ເປັນພຣະສາວົກທີ່ໄດ້ຍົກຍ້ອງວ່າເປັນພຣະອໍຣະຫັນຜູ້ມີຕາທິບ ເບິ່ງກ້ວາງເຫັນໄກໄດ້ ເພາະອານິສົງຖະຫວາຍປະທີບໃນເມື່ອກ່ອນ ຈິ່ງນິຍົມກັນມາຮອດປະຈຸບັນ.