ວິທະຍຸກະຈາຍສຽງແຫ່ງຊາດລາວລາຍງານວ່າ: ໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ທີ່ຫາກໍ່ຜ່ານມາເມື່ອບໍ່ດົນມານີ້, ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນ ເພື່ອຮັບເອົາໂຄງການຊ່ວຍ ເຫຼືອລ້າຈາກລັດຖະບານຍີ່ປຸ່ນ ໃນໂຄງການປັບປຸງສະໜາມບິນສາກົນວັດໄຕ (The Project for the Improvement of Vientiane International Airport) ມູນຄ່າ 2 ຕື້ 836 ລ້ານເຢນ (ປະມານ 20 ລ້ານ ໂດລາສະຫະລັດ).
ຕາງໜ້າລັດຖະບານລາວ ຮ່ວມລົງນາມໂດຍ ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງ ໜ້າລັດຖະບານຍີ່ປຸ່ນ ຮ່ວມລົງນາມໂດຍ ທ່ານ KOIZUMI Tsutomu ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ.
ໂຄງການດັ່ງກ່າວ ຈະປະກອບສ່ວນສຳຄັນເຂົ້າໃນການສະໜັບສະໜູນຍຸດທະສາດການເຊື່ອມໂຍງ-ເຊື່ອມຈອດ ຂອງ ສປປ ລາວ ກັບພາກພື້ນ ແລະ ສາກົນ, ຫັນຈາກປະເທດບໍ່ມີຊາຍແດນຕິດທະເລ ກາຍເປັນປະເທດເຊື່ອມຈອດ, ໂດຍສະເພາະແມ່ນການເຊື່ອມຈອດເສັ້ນທາງຄົມມະນາຄົມທາງອາກາດ. ພ້ອມດຽວ ກັນນີ້, ຍັງຈະເປັນການພັດທະນາເສດຖະກິດດ້ວຍການຍົກລະ ດັບຄຸນນະພາບຂອງການບໍລິການສະໜາມບິນ ແລະ ເພີ່ມຂີດຄວາມອາດສາມາດໃນການຮັບຮອງຜູ້ໂດຍສານ.