ໂລກຂອງການເຮັດວຽກໃນອະນາຄົດກຳລັງປ່ຽນແປງໄວຫຼາຍ, ອົງກອນຕ່າງໆ ກຳລັງຊອກຫາບຸກຄະລາກອນທີ່ມີທັກສະ ທີ່ສາມາດປັບຕົວ ແລະ ພັດທະນາໄດ້ຕາມຄວາມຕ້ອງການຂອງຍຸກດີຈິຕອນ.
World Economics Forum (WEF) ໄດ້ເປີດເຜີຍວ່າ ນັບຈາກປັດຈຸບັນຈົນເຖິງປີ 2027 ຈະເປັນຍຸກທີ່ເຕັກໂນໂລຊີພັດທະນາ ແລະ ປ່ຽນແປງຢ່າງກ້າວກະໂດດ ແລະ ໄດ້ຄາດການເຖິງທັກສະທີ່ຈຳເປັນໃນອະນາຄົດ ລວມທັງໄດ້ສຶກສາເຖິງການເຕີບໂຕຂອງຄວາມຕ້ອງການຂອງອົງກອນຕໍ່ທັກສະເຫຼົ່ານັ້ນ.
ແລະ ນີ້ຄືທັກສະສຳຄັນ ທີ່ຄົນເຮັດວຽກຄວນ reskill ແລະ upskill ເພື່ອຄວາມກ້າວໜ້າ:
1. ການຄິດເຊີງວິເຄາະ (Analytical Thinking) ທັກສະນີ້ໝາຍເຖິງການຄິດຢ່າງມີລະບົບ, ຮູ້ຈັກວິເຄາະບັນຫາ ແລະ ຊອກຫາເຫດຜົນໄດ້ດີ, ຊ່ວຍໃຫ້ການແກ້ບັນຫາມີປະສິດທິພາບ ເຊິ່ງຖືເປັນທັກສະສຳຄັນ ສຳລັບການເຮັດວຽກທີ່ຕ້ອງການການຕັດສິນໃຈ ແລະ ວິເຄາະຂໍ້ມູນໃນເຊິງເລິກ.
2. ການຄິດສ້າງສັນ (Creative Thinking) ການຄິດຢ່າງສ້າງສັນຊ່ວຍໃຫ້ເຫັນແນວທາງໃໝ່ໆ ແລະ ພັດທະນາວິທີການແກ້ບັນຫາທີ່ບໍ່ຊ້ຳໃຜ. ການເປີດຮັບແນວຄິດ ແລະ ມຸມມອງຕ່າງໆ ນີ້ຊ່ວຍໃຫ້ສາມາດປັບຕົວ ແລະ ພັດທະນາຜົນງານໄດ້ຢ່າງຕໍ່ເນື່ອງ, ເໝາະກັບການເຮັດວຽກໃນຍຸກທີ່ຕ້ອງການນະວັດຕະກຳ ແລະ ຄວາມແປກໃໝ່.
3. ທັກສະດ້ານ AI ແລະ Big Data
ປະຕິເສດບໍ່ໄດ້ວ່າ AI ສາມາດເພີ່ມປະສິດທິພາບການເຮັດວຽກ ແລະ ທຸລະກິດໄດ້ ເຮັດໃຫ້ອົງກອນໃນປັດຈຸບັນ ເລີ່ມປັບໂຕເຂົ້າສູ່ອົງກອນທີ່ຂັບເຄື່ອນດ້ວຍຂໍ້ມູນ (Data-driven organizatio) ຄົນທີ່ມີທັກສະນີ້ ຈະສາມາດວິເຄາະຂໍ້ມູນ ເພື່ອຊ່ວຍເພີ່ມປະສິດທິພາບໃນການເຮັດວຽກໄດ້ ອົງກອນກຳລັງຕ້ອງການຄົນທີ່ມີທັກສະນີ້ຫຼາຍຂຶ້ນ.
4. ຄວາມໃຝ່ຮູ້ ແລະ ຄວາມຢາກຮູ້ຢາກເຫັນ (Curiosity and Lifelong Learning) ການມີທັກສະໃນການຊອກຫາຄວາມຮູ້ ແລະ ພັດທະນາຕົນເອງຢ່າງຕໍ່ເນື່ອງ ເຮັດໃຫ້ສາມາດປັບຕົວໄດ້ດີຕໍ່ຄວາມປ່ຽນແປງໃນທຸກຍຸກ. ການຮຽນຮູ້ທັກສະໃໝ່ ແລະ ການປັບຕົວ ຈະຊ່ວຍເພີ່ມມູນຄ່າໃຫ້ຕົນເອງໃນສາຍຕາຂອງອົງກອນ, ແລະ ຍັງຊ່ວຍໃຫ້ມີຄວາມພ້ອມໃນການປະເຊີນຄວາມທ້າທາຍອີກດ້ວຍ.
5. ຄວາມຮູ້ດ້ານເຕັກໂນໂລຊີ (Technological Literacy) ການຮູ້ຈັກໃຊ້ເຕັກໂນໂລຢີໄດ້ຢ່າງຄ່ອງແຄ້ວເປັນອີກໜຶ່ງທັກສະສຳຄັນ, ເນື່ອງຈາກອົງກອນທຸກແຫ່ງ ຕ່າງຕ້ອງການນຳເຕັກໂນໂລຢີມາຂັບເຄື່ອນທຸລະກິດ. ຄົນທີ່ມີທັກສະນີ້ຈະສາມາດສ້າງລາຍໄດ້ໃໝ່ໆ.
Scroll to Top