ໃນວັນທີ 5 ພະຈິກ 2024 ທີ່ເດີນພຣະທາດຫລວງວຽງຈັນ ໄດ້ມີພິທີຖະແຫລງຂ່າວຈັດງານບຸນນະມັດສະການພຣະທາດຫລວງວຽງຈັນ ເຊິ່ງຈະຈັດຂຶ້ນໃນວັນທີ 11-15ພະຈິກ 2024 ດັ້ງມີລາຍລະອຽດງານດັ່ງນີ້:
ວັນທີ 11 ພະຈິກ 2024 ເວລາ 16:30ໂມງ ພິທີເປີດບຸນນະມັດສະການພຣະທາດຫລວງວຽງຈັນ
ວັນທີ12ພະຈິກ ເວລາ 16:30ໂມງ ສືບຕໍ່ຄົບງັນຕາມປະເພນີ
ວັນທີ 13ພະຈິກ ເວລາ 16:00ໂມງ ພິທີສູດປະລິຕະມຸງຄຸນ ທີ່ພຣະທາດຫລວງວຽງຈັນ
ວັນທີ14ພະຈິກ ເວລາ 13:30ໂມງ ພິທີແຫ່ຜາສາດເຜີ້ງ
ວັນທີ 15ພະຈິກ ເວລາ 7:00ໂມງ ໃສ່ບາດຖະຫວາຍສັງຄະທານ ເວລາ 13:00ໂມງ ແຫ່ລູກຄີ ແລະ ແຂ່ງຂັນກີລາພື້ນບ້ານຕີຄີ ເວລາ 19:00ໂມງ ພິທີວຽນທຽນ ແລະ ຈູດບັ້ງໄຟສັກກະລະບູຊາອົງພຣະທາດຫລວງວຽງຈັນ.