ຕິດຕາມພາຍຸຢິນຊິງ ພ້ອມສະພາບອາກາດແຕ່ລະເຂດ ປະຈໍາວັນທີ 11 ພະຈິກ 2024
ພາຍຸ ຢິນຊິງ (Yinxing) ປັດຈຸບັນຢູ່ບໍລິເວນທະເລຈີນໃຕ້ຕອນກາງ ກໍາລັງເຄື່ອນທີ່ມາທາງທິດຕາເວັນຕົກສຽງໃຕ້ ຄາດວ່າຈະເຄື່ອນທີ່ຂື້ນ ມາໃກ້ແຄມຝັ່ງພາກກາງ ຂອງປະເທດຫວຽດນາມ ໃນໄລຍະວັນທີ 11-12 ພະຈິກ 2024 ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງ ຢູ່ແຂວງພາກໃຕ້ຂອງປະເທດລາວ.
ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນອອກສ່ຽງ ເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຍັງຈະເຢັນ ຫາ ໜາວເຢັນຢູ່ ແຂວງພາກເໜືອ, ແຂວງໄຊສົມບູນ ແລະເຂດພູພຽງບໍລະເວນ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.

