ລັດຖະບານ ໄດ້ເພີ່ມທະວີການຄວບຄຸມອັດຕາເງິນເຟີ້ ບໍ່ໃຫ້ອັດຕາແລກປ່ຽນຜັນຜວນແຮງ ທັງສືບຕໍ່ຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ເຂົ້າສູ່ລະບົບທະນາຄານ ເຮັດໃຫ້ສາມາດຄວບຄຸມອັດຕາແລກປ່ຽນໃຫ້ມີຄວາມສະຫງົບຫຼາຍຂຶ້ນ
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຂຶ້ນລາຍງານ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ພະຈິກວ່າ: ລັດຖະບານ ໄດ້ເພີ່ມທະວີການຄວບຄຸມອັດຕາເງິນເຟີ້ ດ້ວຍການປະຕິບັດນະໂຍບາຍເງິນຕາແບບ ຮັດກຸມຫຼາຍຂຶ້ນ, ດໍາເນີນນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ ເພື່ອບໍ່ ໃຫ້ອັດຕາແລກປ່ຽນຜັນຜວນແຮງ, ສືບຕໍ່ຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ເຂົ້າສູ່ລະບົບທະນາຄານ, ຄົ້ນຄວ້າ ສ້າງລະບົບຄວບຄຸມລາຄາສິນຄ້າ, ນໍາໃຊ້ນະໂຍບາຍທາງດ້ານການຄ້າ ເພື່ອຈໍາກັດການນໍາເຂົ້າສິນຄ້າຟູມເຟືອຍ ແລະ ພາຫະນະທາງບົກທີ່ມີມູນຄ່າ ນັບແຕ່ 50.000 ໂດລາສະຫະລັດ ຂຶ້ນໄປ.ຄຽງຄູ່ກັບການເຂັ້ມງວດຕ້ານ ແລະ ສະກັດກັ້ນການຄ້າສິນຄ້ານອກລະບົບ.
ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າອັດຕາເງິນເຟີ້ ແມ່ນຫຼຸດລົງຫຼາຍ ສະເລ່ຍ 10 ເດືອນ ຢູ່ໃນລະດັບ 24,4%, ຊຶ່ງໃນທ້າຍປີ 2024 ຄາດວ່າຈະບໍ່ເກີນ 20% (ອັດຕາເງິນເຟີ້ສະເລ່ຍ ປີ 2023 ແມ່ນ 31,23%); ສາມາດຄວບຄຸມອັດຕາແລກປ່ຽນໃຫ້ມີຄວາມສະຫງົບຫຼາຍຂຶ້ນ