ແຕ່ງຕັ້ງລັດຖະມົນຕີ ກະຊວງການຕ່າງປະເທດ ຜູ້ໃໝ່!!
ທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເປັນລັດຖະມົນຕີ ກະຊວງການຕ່າງປະເທດ, ໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 18 ພະຈິກນີ້, ທ່ານນາງສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຂຶ້ນຜ່ານກອງປະຊຸມ ຄະນະປະຈຳສະພາແຫ່ງຊາດ ສະໄໝວິສາມັນວ່າ: ອີງຕາມຄຳສະເໜີຂອງທ່ານ ນາຍົກລັດຖະມົນຕີ ໃນວັນທີ 12 ພະຈິກ 2024 ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກຄະນະລັດຖະບານ, ອີງຕາມການຕົກລົງຂອງກອງປະຊຸມ ຄະນະປະຈຳສະພາແຫ່ງຊາດ ສະໄໝວິສາມັນ ໃນວັນທີ 15 ພະຈິກ 2024, ຄະນະປະຈຳສະພາແຫ່ງຊາດຕົກລົງ ຮັບຮອງເອົາການແຕ່ງຕັ້ງ ທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເປັນລັດຖະມົນຕີກະຊວງການຕ່າງປະເທດ.

 

Scroll to Top