ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຂຶ້ນລາຍງານ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ພະຈິກ ກ່າວວ່າ ລັດຖະບານໄດ້ເພີ່ມທະວີການຄວບຄຸມອັດຕາເງິນເຟີ້ ດ້ວຍການປະຕິບັດນະໂຍບາຍເງິນຕາແບບຮັດກຸມຫຼາຍຂຶ້ນ, ດໍາເນີນນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ ເພື່ອບໍ່ໃຫ້ອັດຕາແລກປ່ຽນຜັນຜວນແຮງ, ສືບຕໍ່ຄຸ້ມຄອງເງິນຕາຕ່າງປະເທດໃຫ້ເຂົ້າສູ່ລະບົບທະນາຄານ, ຄົ້ນຄວ້າສ້າງລະບົບຄວບຄຸມລາຄາສິນຄ້າ, ນໍາໃຊ້ນະໂຍບາຍທາງດ້ານການຄ້າເພື່ອຈໍາກັດການນໍາເຂົ້າສິນຄ້າຟູມເຟືອຍ ແລະ ພາຫະນະທາງບົກທີ່ມີມູນຄ່າ ນັບແຕ່ 50.000 ໂດລາຂຶ້ນໄປ, ຄຽງຄູ່ກັບການເຂັ້ມງວດຕ້ານ ແລະ ສະກັດກັ້ນການຄ້າສິນຄ້ານອກລະບົບ.
ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າອັດຕາເງິນເຟີ້ ແມ່ນຫຼຸດລົງຫຼາຍ ສະເລ່ຍ 10 ເດືອນ ຢູ່ໃນລະດັບ 24.4%, ຊຶ່ງໃນທ້າຍປີ 2024 ຄາດວ່າຈະບໍ່ເກີນ 20% (ອັດຕາເງິນເຟີ້ສະເລ່ຍ ປີ 2023 ແມ່ນ 31.23%) ແລະ ສາມາດຄວບຄຸມອັດຕາແລກປ່ຽນໃຫ້ມີຄວາມສະຫງົບຫຼາຍຂຶ້ນ.
Scroll to Top