ມີ 419 ຫົວໜ່ວຍ ຢູ່ 18 ແຂວງທົ່ວປະເທດ ໄດ້ຮັບນະໂຍບາຍສິນເຊື່ອ ເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ (765/ທຫລ)ລວມວົງເງິນ ກູ້ຢືມ 756,73 ຕື້ກີບ.
ວັນທີ 25 ພະຈິກ 2024, ທ່ານ ນາງ ວັດທະນາ ດາລາລອຍ ຮັກສາການຜູ້ວ່າທະນາຄານແຫ່ງ ສປປ ລາວ ໄດ້ຊີ້ແຈງຕໍ່ຄຳຊັກຖາມ ສະມາຊິກສະພາແຫ່ງຊາດວ່າ: ໃນໄລຍະຜ່ານມາ, ລັດຖະບານ ໄດ້ມີນະໂຍບາຍສົ່ງເສີມການຜະລິດເປັນສິນຄ້າເພື່ອທົດແທນການນໍາເຂົ້າ ສ້າງ ຄວາມເຂັ້ມແຂງໃຫ້ແກ່ພື້ນຖານການຜະລິດພາຍໃນ, ສ້າງຄວາມເຂັ້ມແຂງໃຫ້ແກ່ຫົວຫນ່ວຍວິສາຫະກິດ, ການຜະລິດ ສະບຽງອາຫານ ແລະ ການຜະລິດເປັນສິນຄ້າໃຫ້ມີຄວາມຫຼາກຫຼາຍ ເພື່ອຊົມໃຊ້ພາຍໃນ. ເພື່ອຜັນຂະຫຍາຍນະໂຍບາຍ ດັ່ງກ່າວ ທຫລ ໄດ້ເປັນເຈົ້າການຊຸກຍູ້ການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ (766/ທຫລ) ນັບແຕ່ເລີ່ມຈັດຕັ້ງປະຕິບັດໃນເດືອນ 11/2023 ຮອດວັນທີ 31/10/2024 ໄດ້ອະນຸມັດ 44 ຫົວຫນ່ວຍໃຫ້ເຂົ້າຮັບນະໂຍບາຍ, ລວມວົງເງິນກູ້ຢືມທັງຫມົດຈາກແຫຼ່ງທຶນຂອງ ທທກ ຈໍານວນ 4.532,50 ຕື້ກີບ; ແລະ ນະໂຍບາຍສິນເຊື່ອ ເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ (765/ທຫລ) ໄດ້ອະນຸມັດໃຫ້ 419 ຫົວຫນ່ວຍ ຢູ່ 18 ແຂວງທົ່ວປະເທດ ລວມວົງເງິນ ກູ້ຢືມທັງຫມົດ 756,73 ຕື້ກີບ.
Scroll to Top