ສະພາແຫ່ງຊາດປະກາດ ຍົກຍ້າຍແຕ່ງຕັ້ງສະມາຊິກລັດຖະບານ
ໃນວາລະດຳເນີນ ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 27 ພະຈິກ 2024 ນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າ ໃຫ້ຄະນະປະຈຳສະພາແຫ່ງຊາດ ປະກາດຍົກຍ້າຍ ທ່ານ ພົນເອກ ຈັນສະໜອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄປປະຈຳຢູ່ສຳນັກງານນາຍົກລັດຖະມົນຕີ, ເປັນຮອງນາຍົກລັດຖະມົນຕີ ເພື່ອຮັບຜິດຊອບວຽກງານຂອງລັດຖະບານ ແລະ ແຕ່ງຕັ້ງທ່ານ ພົນໂທ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນລັດຖະມົນຕີກະຊວງປ້ອງກັນປະເທດ
Scroll to Top