ເກັບລາຍຮັບເຂົ້າງົບປະມານໄດ້ເພີ່ມຂຶ້ນແບບບຸກທະລຸ
ພາຍໃນໄລຍະເວລາ 10 ເດືອນ ປີ2024 ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ເພີ່ມຂຶ້ນແບບບຸກທະລຸ ຍ້ອນການຫັນເປັນທັນສະໄໝໃນການຄຸ້ມຄອງງົບປະມານແຫ່ງລັດ
ຕໍ່ກັບບັນດາຄໍາຖາມທີ່ສະມາຊິກສະພາແຫ່ງຊາດ ໄດ້ເຈາະຈີ້ມ ແລະ ປະກອບຄໍາເຫັນ ໃນກອງປະຊຸມສະໄໝສາມັນ ເທື່ອທີ IX, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຂຶ້ນຊີ້ແຈງຕໍ່ຂໍ້ຊັກຖາມດັ່ງກ່າວ ພາຍໃຕ້ການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ຕາມວາລະຂອງກອງປະຊຸມ ໃນຄັ້ງວັນທີ 25 ພະຈິກ 2024 ໂດຍໄດ້ຊີ້ແຈງໃຫ້ເຫັນໄດ້ການຈັດຕັ້ງປະຕິບັດລາຍຮັບງົບປະມານແຫ່ງລັດ 10 ເດືອນ ປີ 2024 ເຊິ່ງເປັນປີທີ່ເພີ່ມຂຶ້ນແບບບຸກທະລຸ ໂດຍເລີ່ມຈາກການສ້າງແຜນງົບປະມານແຫ່ງລັດ ດ້ວຍການທົດລອງມອບຫົວໜ່ວຍ ໃຫ້ແຂວງຄຸ້ມຄອງ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ທ້ອງຖິ່ນຕາມທິດສາມສ້າງ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ ເກັບລາຍຮັບເຂົ້າງົບປະມານໄດ້ຫຼາຍກວ່າ 90% ຊຶ່ງບໍ່ເຄີຍມີມາກ່ອນ ແລະ ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 40%
.
ສໍາລັບສາເຫດທີ່ເຮັດໃຫ້ການເກັບລາຍຮັບໄດ້ເພີ່ມຂຶ້ນໃນໄລຍະ 10 ເດືອນ ແລະ ເກີນແຜນນັ້ນ ຍ້ອນມີການສືບຕໍ່ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍ ສະເພາະແມ່ນການຈັດຕັ້ງປະຕິບັດວຽກຈຸດສຸມທີ 02 ແລະ ທີ 03 ຕິດພັນກັບຂະແໜງການເງິນ ແລະ ຄໍາສັ່ງເລກທີ 18/ນຍ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງງົບປະມານແຫ່ງລັດ ໃຫ້ເຂົ້າສູ່ລວງເລິກ ດ້ວຍຫລາຍວິທີການ ເປັນຕົ້ນ ການຄຸ້ມຄອງການເງິນແຫ່ງລັດ ເປັນທັນສະໄໝ ລວມທັງການປັບປຸງບັນດານິຕິກຳ ຫຼາຍກວ່າ 22 ສະບັບ ຄຽງຄູ່ກັບການບັງຄັບໃຊ້ກົດໝາຍ ແລະ ວິໄນການເງິນ ຢ່າງເຂັ້ມງວດ.
ການເພີ່ມຂຶ້ນຂອງ ລາຍຮັບຕົ້ນຕໍ່ທຽບໃສ່ໄລຍະດຽວກັນ ມີດັ່ງນີ້: ການປະຕິບັດລັດຖະບັນຍັດ 001/ປປທ ວ່າດ້ວຍລາຍການສິນຄ້າ ແລະ ອັດຕາພາສີຂາອອກ ເພີ່ມຂຶ້ນ 530 ຕື້ ກີບ, ການປະຕິບັດລັດຖະບັນຍັດ 002/ປປທ ວ່າດ້ວຍ ອັດຕາຄ່າຊັບພະຍາກອນທຳມະຊາດ ເພີ່ມຂຶ້ນ 389 ຕື້ກີບ, ເຊິ່ງໄດ້ປັບອັດຕາຄ່າຊັບພະຍາກອນທຳມະຊາດ ສະເລ່ຍເພີ່ມຂຶ້ນ 3-5%; ການປະຕິບັດລັດຖະບັນຢັດ 003/ປປທ ປັບອັດຕາອາກອນມູນຄ່າເພີ່ມຈາກ 7% ມາເປັນ 10% ເຮັດໃຫ້ລາຍຮັບ ເພີ່ມຂຶ້ນ 2,842 ຕື້ກີບ, ໃນນັ້ນ ອາກອນມູນຄ່າເພີ່ມຂາເຂົ້າ 1,706 ຕື້ກີບ ແລະ ອາກອນມູນຄ່າເພີ່ມພາຍໃນ 1,136 ຕື້ກີບ; ການປ່ຽນແປງຄ່າການເກັບໃນໂຄງສ້າງລາຄານໍ້າມັນເພີ່ມຂຶ້ນ 802 ຕື້ກີບ; ໄດ້ຈາກຄ່າທໍານຽມ, ວີຊ່າຜ່ານດ່ານ, ຄ່າບິນຜ່ານ ແລະ ລາຍຮັບວິຊາການຂອງ ບັນດາກະຊວງ-ອົງການ ເພີ່ມຂຶ້ນ 956 ຕື້ກີບ
ສາເຫດຍ້ອນການຫັນເປັນທັນສະໄໝໃນການຄຸ້ມຄອງງົບປະມານແຫ່ງລັດເປັນປັດໄຈສໍາຄັນປິ່ນ ອ້ອມໃນການຄຸ້ມຄອງລາຍຮັບປະຕິບັດໄດ້ເພີ່ມຂຶ້ນ (ເປັນຕົ້ນວິຊາກັບດ່ານເພີ່ມຂຶ້ນ 108 ຕື້, ລາຍຮັບວິຊາການ 401 ຕື້ກີບ, ຄ່າທໍານຽມ 27 ຕື້ກີບ ແລະ ຄ່າບິນຜ່ານ 420 ຕື້ກີບ); ສໍາລັບລາຍຮັບແຮ່ທາດເພີ່ມຂຶ້ນແມ່ນໄດ້ຈາກແຮ່ຄໍາເປັນຕົ້ນຕໍ ເປັນເງິນຕາຕ່າງປະເທດ 107 ລ້ານໂດລາ, ເປັນ ເງິນ 2,253 ຕື້ກີບ (ໂດຍສະເພາະອາກອນກຳໄລ ແລະ ຄ່າຊັບພະຍາກອນທໍາມະຊາດ), ກວມເອົາ 4.8% ຂອງ ລາຍຮັບ 10 ເດືອນ ຍ້ອນມີການປັບອັດຕາຄ່າຊັບພະຍາກອນທຳມະຊາດຈາກ 7% ເປັນ 12% (ປະລິມານການ ສົ່ງອອກ 10 ເດືອນ 2023 ຈໍານວນ 74,251 ອອນ, ປີ 2024 ຈໍານວນ 69,521 ອອນ, ຫຼຸດລົງ 4,730 ອອນ) ແລະ ລາຄາຕະຫຼາດໂລກຈາກແຮ່ຄໍາເພີ່ມຂຶ້ນ 30% (ກວມເອົາ 60% ແມ່ນແຮ່ຄໍາ, ສ່ວນອີກ 40% ແມ່ນຄ່າ ພາກຫຼວງ, ຄ່າສໍາປະທານ ແລະ ແຮ່ອື່ນໆ) ເຊິ່ງການເພີ່ມຂຶ້ນຂອງລາຍຮັບດັ່ງກ່າວ ບໍ່ແມ່ນຈາກການຜິດດ່ຽງ ຂອງອັດຕາແລກປ່ຽນ, ໃນເວລາສ້າງແຜນອັດຕາແລກປ່ຽນແມ່ນ 22,500 ກີບ/$, ອັດຕາແລກປ່ຽນສະເລ່ຍ 21,465 ກີບ/$). ສັງລວມແລ້ວຄ່າສະເລ່ຍຜິດດ່ຽງບໍ່ມີຜົນຫຼາຍຕໍ່ກັບການເພີ່ມຂຶ້ນຂອງລາຍຮັບ.
ຜ່ານການວິເຄາະດ້ານໂຄງສ້າງການຈັດເກັບລາຍຮັບໃນ 10 ເດືອນ ປີ 2024 ເຫັນວ່າ: ລາຍຮັບງົບປະມານໄດ້ຈາກຖານໝັ້ນຄົງ, ຍືນຍົງ (35,420 ຕື້ກີບ) ກວມ 77% ຂອງລາຍຮັບທັງໝົດ ໃນນັ້ນ ລາຍຮັບຈາກພາສີ-ອາກອນ 31,450 ຕື້ກີບ, ກວມເອົາ 68%, ລາຍຮັບບໍ່ແມ່ນພາສີ-ອາກອນ 3,970 ຕື້ກີບ, ກວມເອົາ 9% ທຽບໃສ່ລາຍຮັບທັງໝົດ. ທິດທາງແຜນການໃນຕໍ່ໜ້າ ຈະສຸມໃສ່ການເຊື່ອມໂຍງຂໍ້ມູນກັບຂະແໜງການ ພະລັງງານ ແລະ ບໍ່ແຮ່ ເຊິ່ງຈະສາມາດເກັບລາຍຮັບໄດ້ເພີ່ມຂຶ້ນ;
ສ່ວນລາຍຮັບງົບປະມານໄດ້ຈາກຖານບໍ່ຍືນຍົງ ເຊັ່ນ: ລາຍຮັບຈາກແຮ່ທາດ ແລະ ຄ່າປັບໃໝ (7,754 ຕື້ກີບ) ກວມເອົາພຽງແຕ່ 17% ແລະ ລາຍຮັບຈາກການຊ່ວຍເຫລືອລ້າປະຕິບັດໄດ້ 6% ຂອງລາຍຮັບທັງໝົດ. ສໍາລັບແຫຼ່ງລາຍຮັບງົບປະມານທີ່ຈະມາທົດແທນລາຍຮັບທີ່ບໍ່ຍືນຍົງ ແມ່ນຈະສຸມໃສ່ເກັບລາຍຮັບຈາກຖານທີ່ມີ ດ້ວຍການໃຊ້ບັນດາມາດຕະການເປັນຕົ້ນ: ຫັນການເກັບຄ່າທໍານຽມ ແລະ ຄ່າບໍລິການ ເປັນທັນສະໄໝລວມສູນ ກັບທຸກຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ, ອາກອນທີ່ດິນ, ຄ່າທໍານຽມທາງ, ການເກັບອາກອນລາຍໄດ້ຈາກ ການຊື້-ຂາຍອອນລາຍ ແລະ ອັດຊ່ອງວ່າງການຮົ່ວໄຫຼງົບປະມານແຫ່ງລັດ.