ພິທີມອບ-ຮັບໜ້າທີ່ ລະຫວ່າງຫົວໜ້າພາສີ ປະຈຳນະຄອນຫຼວງວຽງຈັນ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 6 ທັນວາ 2024 ຜ່ານມາ, ໂດຍການເຂົ້າຮ່ວມຂອງທ່ານ ພູເຂົາຄໍາ ວັນນະວົງໄຊ ຫົວໜ້າກົມພາສີ ກະຊວງການເງິນ ແລະ ທ່ານ ວຽງສາລີ ອິນທະພົມ ຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຈາກນັ້ນ, ໃນພິທີໄດ້ມີການເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງທ່ານ ພຸດທະນິກອນ ເຄນນະວົງ ຫົວໜ້າພາສີ ປະຈຳນະຄອນຫຼວງວຽງຈັນ (ຜູ້ເກົ່າ) ຖືກຍົກຍ້າຍ-ແຕ່ງຕັ້ງໄປຮັບໜ້າທີ່ໃໝ່ເປັນຮອງຫົວໜ້າກົມພາສີ ກະຊວງການເງິນ ຕາມຂໍ້ຕົກລົງ ສະບັບເລກທີ 4103/ກງ, ລົງວັນທີ 13 ພະຈິກ 2024 ແລະ ທ່ານ ບົວວັງ ອາຕະນາພອນ ຮອງຫົວໜ້າພາສີ ປະຈຳນະຄອນຫຼວງວຽງຈັນ ເປັນຫົວໜ້າພາສີ ປະຈຳນະຄອນຫຼວງວຽງຈັນ (ຜູ້ໃໝ່) ຕາມຂໍ້ຕົກລົງ ສະບັບເລກທີ 4244/ກງ, ລົງວັນທີ 28 ພະຈິກ 2024 ຢ່າງເປັນທາງການ.