ລະນຶກເຖິງວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ
(13/ 12/1920 – 13/12/2024)
ຊັບທະວີ ຂໍຮ່ວມລະນຶກເຖິງ ດ້ວຍການບອກຕໍ່ຜົນງານຂອງທ່ານ ເພື່ອຮ່ວມກັນລະນຶກເຖິງຄຸນງາມຂອງດີຂອງທ່ານ
ຊີວະປະຫວັດຫຍໍ້ໂດຍສັງເຂບ:
– ປະທານ ໄກສອນ ພົມວິຫານ ເກີດວັນທີ 13 ທັນວາ 1920 ທີ່ບ້ານນາເຊັງ, ເມືອງຄັນທະບູລີ, ແຂວງສະຫວັນນະເຂດ
– ພໍ່ຊື່ ລ້ວນ ເຮັດວຽກເປັນຂ້າຣາຊະການແປພາສາ ທີ່ຫ້ອງການສຳເລັດຣາຊະການຝຣັ່ງປະຈຳແຂວງສະວຫັນນະເຂດ ແລະ ແມ່ ຊື່ ດົກ ເປັນຊາວນາ ແລະ ເປັນໝໍຢາພື້ນເມືອງປິ່ນປົວພະຍາດ.
– ເພີ່ນມີ ນ້ອງສາວນຳກັນ 2 ຄົນ ນາງ ສະຫວັນທອງ ແລະ ນາງ ກອງມະນີ.
– ອາຍຸ ໄດ້ 7 ປີ ເພີ່ນໄດ້ເຂົ້າຮຽນປະຖົມທີ່ສອນເປັນພາສາລາວ ທີ່ບ້ານໄຊຍະພູມ ຕໍ່ມາໄດ້ຍ້າຍມາຮຽນໂຮງຮຽນປະຖົມທີ່ສອນພາສາຝຣັ່ງທີ່ບ້ານທ່າແຮ່.
– 1934 ພາຍຫຼັງຈົບປະຖົມໄດ້ໄປຮຽນຕໍ່ວິທະຍາໄລໂປຣເຕັກໂຕຣາ ທີ່ຮ່າໂນ້ຍ ຫວຽດນາມ
– 1942 ພາຍຫຼັງຈົບວິທະຍາໄລ ເພີ່ນໄດ້ເຂົ້າຮຽນມະຫາວິທະຍາໄລສາຂາແພດສາດ ຕໍ່ມາເພີ່ນໄດ້ປ່ຽນມາຮຽນວິຊາກົດໝາຍ.
– 1944 ເພີ່ນໄດ້ເຂົ້າເປັນສະມາຊິກສະມາຄົມກູ້ຊາດຫວຽດນາມ ແລະ ໄດ້ເຄື່ອນໄຫວກິດຈະກຳຫຼາຍຢ່າງ.
– ຕົ້ນເດືອນ ຕຸລາ 1945 ເພິ່ນໄດ້ກັບຄືນມາສະຫວັນນະເຂດ ເປັນເຈົ້າການປຸກລະດົມ ແລະ ຈັດຕັ້ງມວນຊົນຊາວສະຫວັນນະເຂດ ເກືອບ 2000 ຄົນ ເພື່ອເຂົ້າຮ່ວມຂະບວນການຄະນະລັດຖະບານອິດສະຫຼະທີ່ວຽງຈັນ.
– ເດືອນທັນວາ 1945 ໄດ້ກັບຄືນຮ່າໂນ້ຍ ເພື່ອເຕົ້າໂຮມຊາວລາວທີ່ອາໄສຢູ່ຫວຽດນາມເຂົ້າຮ່ວມຂະບວນການຕໍ່ສູ້ເພີ່ນໄດ້ເຮັດວຽກຢູ່ວິທະຍຸກະຈາຍສຽງຫວຽດນາມ ພາກພາສາລາວ, ເຮັດໜ້າທີ່ຂຽນບົດຂ່າວໂຄສະນາ, ຂຽນບົດວິຈານ, ແປຂ່າວຈາກພາສາຫວຽດນາມ ແລະ ພາສາຝຣັ່ງ ເປັນພາສາລາວ. ບາງຄັ້ງກໍ່ເປົ່າແຄນອອກວິທະຍຸຕື່ມອີກ.
– ເດືອນ ທັນວາ 1946 ເພີ່ນໄດ້ເຮັດວຽກໃນຄະນະຕິດຕໍ່ລາວ-ຫວຽດນາມທີ່ຢູ່ຮ່າໂນ້ຍ ແລະ ຢູ່ແຂວງຕ່າງໆ ຂອງຫວຽດນາມ ເພື່ອຈັດຕັ້ງອົງການກູ້ຊາດຂອງຄົນລາວທີ່ອາໄສຢູ່ຫວຽດນາມ.
– 1947 ໄດ້ຖືກສັບຊ້ອນ ແລະ ມອບໝາຍໜ້າທີ່ໃຫ້ເຮັດວຽກຢູ່ຫ້ອງການໂຄສະນາຂອງກອງບັນຊາການເຂດ 12 ພາກເໜືອຫວຽດນາມ. ເປັນຜູ້ຮັບຂ່າວພາສາຝຣັ່ງມາແປ, ຮຽບຮຽງ ແລະ ພິມອອກເຜີຍແຜ່ໃຫ້ພະນັກງານ ແລະ ປະຊາຊົນຮັບຮູ້. ເພີ່ນໄດ້ຄົ້ນຄວ້າບົດຄຳເຫັນ, ບົດຂຽນຂອງບັນດາຜູ້ນຳການປະຕິວັດຫວຽດນາມໃນເວລານັ້ນ.
– 20 ມັງກອນ 1948 ສູນກາງພັກກອມມູນິດອິນດູຈີນໄດ້ສ້າງຕັ້ງກອງຕະລຸມບອນເຂດລາວເໜືອຂຶ້ນ ຮອດວັນທີ 14 ພຶດສະພາ ເພີ່ນໄດ້ຖືກບົ່ງຕົວໃຫ້ເປັນຜູ້ບັນຊາການກອງຕະລຸມບອນດັ່ງກ່າວ ເບື້ອງຕົ້ນມີ 14 ຄົນ ມີໜ້າທີ່ສ້າງຮາກຖານການເມືອງ, ສ້າງຖານທີ່ໝັ້ນ ແລະ ຈັດກຳລັງປະກອບອາວຸດປະຕິວັດຢູ່ບັນດາແຂວງພາກເໜືອຂອງລາວ. ເພີ່ນສາມາດເວົ້າພາສາມົ້ງ ແລະ ເຜົ່າລາວເທິງ.
– ກາງປີ 1948 ເພີ່ນໄດ້ພົບກັບສະຫາຍຫວໍຫງວຽນຢາບ ຫົວໜ້າກອງບັນຊາການສູງສຸດກຳລັງປະກອບອາວຸດປະຕິວັດຫວຽດນາມ ເພື່ອປືກສາຫາລືແລກປ່ຽນຄວາມເຫັນກ່ຽວກັບບັນຫາຕ່າງ ເປັນຕົ້ນບັນຫາສ້າງພະນັກງານ, ສ້າງຮາກຖານການເມືອງ ບາດກ້າວ ແລະ ວິທີການຈັດຕັ້ງກຳລັງປະກອບອາວຸດ, ການສ້າງຮາກຖານທີ່ໝັ້ນປະຕິວັດ ແລະ ອື່ນໆ.
– ຍ້ອນເພີ່ນໄດ້ປະຕິບັດໜ້າທີ່ຢ່າງບໍ່ຮູ້ອິດຮູ້ເມື່ອຍໃນການນຳພາກອງຕະລຸມບອນ ແລະ ຍາດໄດ້ຜົນງານຜ່ານມາ ໜ່ວຍພັກປະຈຳກອງຕະລຸມບອນເຂດລາວເໜືອຈຶ່ງສະເໜີຕໍ່ຄະນະພັກສະຫະເຂດ 10 ຮັບເອົາປະທານ ໄກສອນ ພົມວິຫານ ເຂົ້າເປັນສະມາຊິກພັກກອມມູນິດອິນດູຈີນ.
– ວັນທີ 6 ມັງກອນ 1949 ເພີ່ນໄດ້ເຂົ້າເປັນສະມາຊິກພັກສຳຮອງ ມາຮອດ 28 ກໍລະກົດ 1949 ໄດ້ເຂົ້າເປັນສະມາຊິກພັກສົມບູນ ພັກກອມມູນິດອິນດູຈີນ.
– ວັນທີ 20 ມັງກອນ 1949 ເພີ່ນໄດ້ປະກາດສ້າງຕັ້ງກອງທັບລາວອິດສະຫຼະຂຶ້ນ ແລະ ເພີ່ນໄດ້ຮັບການແຕ່ງຕັ້ງເປັນຜູ້ບັນຊາການກອງທັບລາວອິດສະຫຼະໃນເວລານັ້ນ ແລະ ກາຍເປັນວັນສ້າງຕັ້ງກອງທັບມາເຖິງປັດຈຸບັນ.
– ເດືອນ ສິງຫາ 1950 ເພີ່ນໄດ້ຖືກແຕ່ງຕັ້ງເປັນກຳມະການສູນກາງແນວລາວອິດສະຫຼະ ແລະ ເປັນລັດຖະເສນາກະຊວງປ້ອງກັນປະເທດ ໂດຍສະເດັດເຈົ້າສຸພານຸວົງເປັນປະທານ ແລະ ເປັນລັດຖະມະຫາເສນາ
– ວັນທີ 11-19 ກຸມພາ 1950 ກອງປະຊຸມໃຫຍ່ ພັກກອມມູນິດອິນດູຈີນ ຄັ້ງທີ 2 ເພີ່ນໄດ້ເປັນຫົວໜ້າຄະນະຜູ້ແທນອົງຄະນະພັກແຄ້ວນລາວ ໄປເຂົ້າຮ່ວມກອງປະຊຸມດັ່ງກ່າວ ຊຶ່ງກອງປະຊຸມໄດ້ມີມະຕິໃຫ້ແຕ່ລະປະເທດມີພັກເປັນຂອງຕົນເອງ ພັກກອມມູນິດລາວ, ພັກກອມມູນິດກຳປູເຈຍ ແລະ ພັກກອມມູນິດຫວຽດນາມ.
– ປີ 1952 ເພີ່ນໄດ້ເຂົ້າຮ່ວມບັນຮົບໄຕບັກ ຕໍ່ຈາກນັ້ນກໍ່ໄດ້ຖືກມອບໝາຍໃຫ້ບັນຊາກອງທະຫານ ເຂົ້າຕີເອົາເມືອງແອດ, ເມືອງຊຽງຄໍ້ ແລະ ສົບຮາວຢ່າງມີໄຊ.
– ຕົ້ນປີ 1953 ສູນກາງພັກກອມມູນິດອິນດູຈີນ ຕົກລົງເປີດບັນຮົບພາກເໜືອລາວ, ປະທານ ໄກສອນ, ປະທານສຸພານຸວົງ ແລະ ທ່ານ ໜູຮັກ ພຸມສະຫວັນ ໄດ້ເຂົ້າຮ່ວມບັນຊາການຮົບ 8 ເມສາ ບັນຮົບຈຶ່ງໄດ້ເປີດຂຶ້ນ ຕີເຂົ້າຊ້ຳເໜືອ, ຜ່ານການສູ້ຮົບເປັນເວລາເກືອບໜຶ່ງເດືອນ ສາມາດປົດປ່ອຍຫົວພັນທັງໝົດ, ສ່ວນໜຶ່ງຂອງຊຽງຂວາງ, ຫຼວງພະບາງ ແລະ ຜົ້ງສາລີ.
– 1954 ເພີ່ນໄດ້ເຂົ້າຮ່ວມບັນຊາຮົບລະດູໜາວ, ລະດູບານໃໝ່ ສາມາດຍາດໄດ້ໄຊຊະນະໃຫຍ່ຫຼວງ
– ວັນທີ 20 ຕຸລາ 1954 ເພີ່ນໄດ້ແຕ່ງງານກັບ ນາງ ທອງວິນ ຊຶ່ງພິທີແຕ່ງງານໄດ້ຈັດຂຶ້ນທີ່ບ້ານຜາ ເມືອງວຽງໄຊ, ແຂວງຫົວພັນ ແລະ ໄດ້ມີລູກນຳກັນ 5 ຄົນ ຄື ທ່ານ ໄຊສົມພອນ ພົມວິຫານ, ໄຊສົງຄາມ, ສັນຕິພາບ, ທອງສະຫວັນ ແລະ ທ່ານ ……………
– ເດືອນ ພະຈິກ 1954 ຄະນະລັດຖະບານຕໍ່ຕ້ານໄດ້ຕົກລົງ ມອບໝາຍໃຫ້ ເພີ່ນຮັບຜິດຊອບຊີ້ນຳ-ນຳພາແຂວງຊຳເໜືອ ໂດຍກົງ ເພື່ອກໍ່ສ້າງແຂວງໃຫ້ເປັນຖານທີ່ໝັ້ນອັນແຂງແກ່ນ ແລະ ກຳລັງອາວຸດໃຫ້ເຂັ້ມແຂງ.
– ເດືອນ ທັນວາ 1954 ໃນນາມລັດຖະມົນຕີກະຊວງປ້ອງກັນປະເທດ ເພີ່ນໄດ້ນຳພາກອງປະຊຸມການທະຫານ ແລະ ການເມືອງທົ່ວກອງທັບ
– ເດືອນ ກຸມພາ 1955 ເພີ່ນໄດ້ເຂົ້າຮ່ວມບັນດຳເນີນຊີວິດການເມືອງ ຂອງສະມາຊິກພັກກອມມູນິດອິນດູຈີນ ຜູ້ດີເດັ່ນທີ່ເປັນຄົນລາວຈຳນວນ 40 ກວ່າສະຫາຍ ຊຶ່ງຈັດຂຶ້ນຢູ່ບ້ານ ບໍ່ຜາ ເມືອງວຽງໄຊ ແຂວງຫົວພັນ ເພື່ອກຽມໃຫ້ແກ່ການເປີດກອງປະຊຸມໃຫຍ່ ຄັ້ງທີ I ເພື່ອສ້າງຕັ້ງພັກກອມມູນິດລາວ
– ກອງປະຊຸມໃຫຍ່ ຄັ້ງທີ I ໄດ້ເປີດຂຶ້ນ ວັນທີ 22 ມີນາ ຫາ 6 ເມສາ 1955 ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີຜູ້ແທນສົມບູນ 20 ສະຫາຍ ທີ່ຕາງໜ້າໃຫ້ສະມາຊິກພັກທັງໝົດ ເກືອບ 400 ສະຫາຍ ຊື່ງເປັນຄົນລາວທີ່ເປັນສະມາຊິກພັກກອມມູນິດອິນດູຈີນ. ອາຍຸເພີ່ນຕອນນັ້ນມີພຽງແຕ່ 35 ປີ ເພີ່ນໄດ້ຮັບເລືອກຕັ້ງເປັນເລຂາທິການຄະນະຊີ້ນຳສູນກາງພັກປະຊາຊົນປະຕິວັດລາວທັງເປັນເລຂາທິການຄະນະພັກທະຫານສູນກາງ ແລະ ເປັນຜູ້ບັນຊາການສູງສຸດບັນດາກຳລັງປະກອບອາວຸດ.
– ວັນທີ 10 ສິງຫາ 1959 ເພີ່ນໄດ້ຂຽນຈົດໝາຍເຖິງປະຊາຊົນ, ພະນັກງານ ແລະ ບັນດານັກຮົບກຳລັງປະກອບອາວຸດປະເທດລາວ ເນື້ອໃນຈົດໝາຍກ່າວປະນາມການແຊກແຊງຂອງຈັກກະພັດອາເມຣິກາ ແລະ ລູກມືຜູ້ຂາຍຊາດຂອງມັນ.
– ຕົ້ນປີ 1960 ເພີ່ນຊີ້ນຳໂດຍກົງ ກ່ຽວກັບການດຳເນີນແຜນເອົາບັນດາຜູ້ນຳແນວລາວຮັກຊາດອອກຈາກຄຸກ ມາຮອດວັນທີ 23 ພຶດສະພາ ບັນດາຜູ້ນຳແນວລາວຮັກຊາດກໍ່ສາມາດໂຕນອອກຈາກຄຸກຢ່າງປອດໄພ.
– ວັນທີ 3 ກຸມພາ 1972 ກອງປະຊຸມໃຫຍ່ຄັ້ງທີ II ຂອງພັກໄດ້ໄຂຂຶ້ນ ກອງປະຊຸມໄດ້ຕົກລົງປ່ຽນຊື່ ພັກປະຊາຊົນລາວ ເປັນ ພັກປະຊາຊົນປະຕິວັດລາວ ເພີ່ນໄດ້ຖືກເລືອກເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ.
– ວັນທີ 1-2 ທັນວາ 1975 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດໄດ້ໄຂຂຶ້ນ ແລະ ໄດ້ປະກາດລົບລ້າງລະບອບຣາຊາທິປະໄຕ ແລະ ສ້າງຕັ້ງປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນ ເພີ່ນໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
– ວັນທີ 27 ເມສາ 1982 ກອງປະຊຸມໃຫຍ່ ຄັ້ງທີ III ຂອງພັກປະຊາຊົນປະຕິວັດລາວ ໄດ້ໄຂຂຶ້ນທີ່ນະຄອນຫຼວງວຽງຈັນ ເພີ່ນໄດ້ຮັບເລືອກເປັນເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ອີກສະໄໝໜຶ່ງ. ແລະ ເປັນນາຍົກລັດຖະມົນຕີແຫ່ງ ສປປ ລາວ ປີກສະໄໝ.
– ວັນທີ 13 ພະຈິກ 1986 ກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກປະຊາຊົນປະຕິວັດລາວໄດ້ໄຂຂຶ້ນ ເພີ່ນໄດ້ຮັບເລືອກເປັນເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ອີກສະໄໝໜຶ່ງ. ແລະ ເປັນນາຍົກລັດຖະມົນຕີອີກສະໄໝ
– ວັນທີ 27-29 ມີນາ 1991 ກອງປະຊຸມໃຫຍ່ຄັ້ງທີ V ຂອງພັກປະຊາຊົນ ປະຕິວັດລາວ ໄດ້ໄຂຂຶ້ນທີ່ນະຄອນຫຼວງວຽງຈັນ, ເພີ່ນໄດ້ຖືກເລືອກຕັ້ງເປັນປະທານຄະນະບໍລິຫານງານສູນກາງພັກ
– ວັນທີ 15 ສິງຫາ 1991 ກອງປະຊຸມຄັ້ງທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ 2 ໄດ້ຮັບຮອງເອົາລັດຖະທຳມະນູນສະບັບທຳອິດແຫ່ງ ສປປ ລາວ ແລະ ເພີ່ນໄດ້ຖືກເລືອກເປັນປະທານປະເທດ ແຫ່ງ ສປປ ລາວ.
– ມາເຖິງ ວັນທີ 21 ພະຈິກ 1992 ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາປະຊາຊົນສູງສຸດ, ລັດຖະບານປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະກຳມະການສູນກາງແນວລາວສ້າງຊາດໄດ້ແຈ້ງຂ່າວເສົ້າສະຫຼົດໃຈຢ່າງສຸດຊຶ້ງ ເຖິງພີ່ນ້ອງຮ່ວມຊາດ ບັນດາຊັ້ນຄົນ, ພະນັກງານ, ສະມາຊິກພັກ, ນັກຮົບຂອງກຳລັງປະກອບອາວຸດຊາບຢ່າງທົ່ວເຖິງກັນວ່າ: ປະທານ ໄກສອນ ພົມວິຫານ ປະທານ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຜູ້ນຳທີ່ເຄົາລົບຮັກຂອງພວກເຮົາໄດ້ເຖິງແກ່ມໍລະນະກຳ ໃນເວລາ 11 ໂມງ 23 ນາທີ ຂອງວັນທີ 21 ພະຈິກ 1992 ລວມອາຍຸໄດ້ 72 ປີ.
(ສັງລວມຈາກປື້ມຊິວິດ ແລະ ພາລະກິດອັນຍິ່ງໃຫຍ່ ຂອງປະທານໄກສອນ ພົມວິຫານ ວິລະບຸຣຸດຂອງຊາດລາວ, ຄົ້ນຄວ້າໂດຍຄະນະໂຄສະນາອົບຮົມສູນກາງພັກ ປີ 2005)