ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ລາຍງານໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ II ໃນວັນທີ 16 ທັນວາ 2024 ວ່າ: ປີ 2024 ນີ້, ຂອງນະຄອນຫລວງວຽງ ຈັນ (ນວ) ຄາດວ່າຈະຂະຫາຍຕົວສະເລ່ຍໃນລະດັບ 5,85% (ມະຕິສະພາ ໃຫ້ບັນລຸ 5,5%) ເຊິ່ງປັດໄຈຕົ້ນຕໍທີ່ເຮັດໃຫ້ວມຍອດຜະລິດຕະພັນພາຍໃນ ຫລື ຈີດີພີ ຂະຫຍາຍຕົວ ແມ່ນຂະແໜງ ອຸດສາຫະກໍາ ຂະຫຍາຍຕົວ 8,02%, ອັນພົ້ນເດັ່ນ ແມ່ນການຂະຫຍາຍຕົວຂອງໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ເພີ່ມຂຶ້ນ 8,5% ລວມຍອດຜະລິດອຸດສາຫະກໍາປະຕິບັດໄດ້ 10.085,07 ຕື້ກີບ ແລະ ຍອດມູນຄ່າຜະລິດຫັດຖະກໍາ ໄດ້ 134,36 ຕື້ກີບ.
ນອກນັ້ນ, ຂະແໜງບໍລິການ ຂະຫຍາຍຕົວເປັນອັນດັບທີສອງ 3,95%, ພົ້ນເດັ່ນ ແມ່ນມາຈາກການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ແລະ ການເປີດປີທ່ອງທ່ຽວລາວ ເຊິ່ງເຮັດໃຫ້ມີນັກທ່ອງທ່ຽວເຂົ້າມາ ນະຄອນຫລວງວຽງຈັນ ຫລາຍກວ່າ 1,53 ລ້ານເທື່ອຄົນ, ປະຕິບັດໄດ້ລື່ນແຜນ 53,8% (ມະຕິສະພາ ໃຫ້ໄດ້ 1 ລ້ານເທື່ອຄົນ) ແລະ ຂະແໜງກະສິກໍາ ກໍສືບຕໍ່ຂະຫຍາຍຕົວ ດີສົມຄວນ ໃນລະດັບ 4,3%. ໃນນັ້ນ, ການລົງທຶນລວມທົ່ວສັງຄົມ ສາມາດປະຕິບັດໄດ້ 31.000 ຕື້ກີບ, ປະຕິບັດໄດ້ລື່ນແຜນ 53,84% (ມະຕິສະພາ ໃຫ້ໄດ້ 20.150 ຕື້ກີບ). ໃນນີ້, ການລົງທຶນຂອງລັດ 407 ໂຄງການ, ລວມເປັນທຶນທັງ ໝົດ 168,61 ຕື້ກີບ ເທົ່າກັບ 88,31% ຂອງແຜນການປີ; ທຶນຊ່ວຍເຫລືອທາງການພັດທະນາ ປະຕິບັດໄດ້ 609,78 ຕື້ກີບ ເທົ່າ ກັບ 75,28% (ມະຕິສະພາ ໃຫ້ໄດ້ 810 ຕື້ກີບ) ແລະ ການ ລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ ປະຕິບັດໄດ້ 30.221,83 ຕື້ກີບ, ປະຕິບັດໄດ້ລື່ນແຜນ 85,9% (ມະຕິສະພາ ໃຫ້ໄດ້ 16.260 ຕື້ກີບ).
ສຳລັບ ການຜະລິດກະສິກໍາເປັນສິນຄ້າ, ນວ ໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາໂຄງການຜະລິດເປັນສິນຄ້າ ເຮັດໃຫ້ມີການສົ່ງ ອອກສິນຄ້າກະສິກໍາ ໄປຕ່າງປະເທດໃນໄລຍະຜ່ານມາ ໄດ້ 108.211 ໂຕນ, ລວມມູນຄ່າ 48,75 ລ້ານໂດລາສະຫະລັດ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເຫັນວ່າມູນຄ່າການສົ່ງ ອອກ ເພີ່ມຂຶ້ນ 20,7%. ນອກຈາກນີ້, ໄດ້ສຸມໃສ່ຈັດຕັ້ງປະຕິບັດ ການຜະລິດ ເພື່ອສະໜອງສະບຽງອາຫານ ເຊິ່ງເຫັນວ່າ ການສະ ໜອງເຂົ້າ ແມ່ນພຽງພໍກັບຄວາມຕ້ອງການຂອງສັງຄົມ ສະເລ່ຍໄດ້ 258 ກິໂລ/ຄົນ/ປີ ແລະ ມີສ່ວນເຫລືອເປັນສິນຄ້າ 7.500 ກວ່າໂຕນ; ພືດຜັກ ສະເລ່ຍໄດ້ 101 ກິໂລ/ຄົນ/ປີ; ການສະ ໜອງທາດຊີ້ນ ສະເລ່ຍໄດ້ 70,28 ກິໂລ/ຄົນ/ປີ.
ດ້ານແຮງງານ ແລະ ສະຫວັດດີການສັງຄົມ, ນວ ໄດ້ສົ່ງເສີມການຈັດຫາວຽກເຮັດງານທຳ ໃຫ້ກັບແຮງງານທີ່ຕ້ອງການ ມີວຽກເຮັດງານທໍາ ເຂົ້າສູ່ຕະຫລາດແຮງງານ 6.512 ຄົນ, ປະຕິບັດໄດ້ລື່ນແຜນ 41,56% (ມະຕິສະພາ 4.600 ຄົນ); ໄດ້ເກັບກໍາ ແລະ ສັງລວມສະຖິຕິແຮງງານ ທີ່ມີຄວາມຕ້ອງການໄປອອກແຮງງານຕາມລະດູ ການ ຢູ່ ສ ເກົາຫລີ 2.632 ຄົນ ໃນນີ້, ຂຶ້ນທະບຽນ 1.670 ຄົນ, ຖືກຄັດເລືອກສໍາພາດ 1.338 ຄົນ ແລະ ຜ່ານການສໍາພາດ 633 ຄົນ. ນອກຈາກນັ້ນ, ຍັງໄດ້ຂຶ້ນທະ ບຽນ ແລະ ຕໍ່ບັດອະນຸຍາດເຮັດວຽກໃຫ້ແຮງງານ ຕ່າງປະເທດທີ່ມາອອກແຮງງານ ຢູ່ນະຄອນຫລວງວຽງຈັນ ໄດ້ 11.567 ເທື່ອຄົນ ລວມມີ 49 ສັນຊາດ ໃນນີ້, ຂຶ້ນທະບຽນແຮງງານຕ່າງປະເທດ ໄດ້ 6.960 ເທື່ອຄົນ ແລະ ຕໍ່ບັດອະນຸຍາດເຮັດວຽກ ໄດ້ 4.607 ເທື່ອຄົນ ໂດຍລວມແລ້ວເຫັນວ່າ ໃນ 17 ຄາດໝາຍ ທີ່ຕິດພັນກັບດ້ານແຮງງານ ແລະ ສະຫວັດດີການສັງຄົມ ຄາດວ່າຈະສາມາດບັນລຸໄດ້ທັງໝົດ.