ພະແນກການເງິນ ນວ ສະເໜີຄົ້ນຄວ້າເງິນອຸດໜູນຄ່າຄອງຊີບ ຊ່ວຍພະນັກງານລັດຖະກອນທີ່ຫຍຸ້ງຍາກ ໂດຍສະເພາະຜູ້ຕໍ່າກວ່າ 1.700.000 ກີບຕໍ່ເດືອນ ຄົ້ນຄວ້າຊ່ວຍໜູນ 500.000 ກີບ/ຄົນ/ເດືອນ, ສ່ວນ ເງິນເດືອນຫຼາຍກວ່າ 3.500.000 ກີບ/ເດືອນ ຄົ້ນຄວ້າຊ່ວຍໜູນ 250.000 ກີບ/ຄົນ/ເດືອນ ໃນປີ 2025
ທ່ານ ວຽງສາລີ ອິນທະພົມ ຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ ( ນວ ) ໄດ້ຂຶ້ນລາຍງານ ໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ໃນຕອນເຊົ້າຂອງວັນທີ 17 ທັນວາ 2024