ກະຊວງການຕ່າງປະເທດ ຈັດພິທີປະກາດການຈັດຕັ້ງ
ໃນຕອນບ່າຍຂອງວັນທີ 23 ທັນວາ 2024, ທີ່ສູນການ ຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ກະຊວງການ ຕ່າງປະເທດ ໄດ້ຈັດພິທີປະກາດການຈັດຕັ້ງ, ປາຖະກະຖາວັນສໍາຄັນຂອງພັກຂອງຊາດ ແລະ ສະຫຼຸບຜົນງານການເຄື່ອນໄຫວວຽກງານປະຈໍາປີ 2024 – ທິດທາງແຜນການ ສຳລັບປີ 2025, ພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ.
ໃນພິທີ ທ່ານ ທົງສັກ ກົມມະເມືອງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານ ມະຕິຕົກລົງຂອງເລຂາທິການສູນກາງພັກ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ກໍາມະການປະຈໍາພັກກະຊວງການຕ່າງປະເທດ ແລະ ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຈໍານວນ 2 ທ່ານ ຄື: ທ່ານ ໄມທອງ ທໍາມະວົງສາ ເປັນກໍາມະການປະຈໍາພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີກະຊວງກການຕ່າງປະເທດ ແລະ ທ່ານ ພົງສະຫວັນ ສີສຸລາດ ເປັນກໍາມະການປະຈໍາພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ.