ຊົມເຊີຍ ຢ່າງສຸດໃຈ
ສື່ມວນຊົນໜຸ່ມລາວ ຂອງ ສູນກາງ ຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເຕີບໃຫຍ່ ເຂັ້ມແຂງ ມື້ນີ້, ຄົບຮອບ 46 ປີເຕັມແລ້ວ.
(01/01/1979 – 01/01/2025)
ເນື່ອງໃນໂອກາດ ຄົບຮອບ 46 ປີ ສື່ມວນຊົນໜຸ່ມລາວ ເປັນວັນສ້າງຕັ້ງໜັງສືພິມໜຸ່ມລາວ1/1/1979 ຫາ 1/1/2025, ມັນໄດ້ກາຍເປັນຂີດໜາຍທາງປະຫັວດການເຄື່ອງໄຫວ ຂອງຄະນະຊາວໜຸ່ມລາວປະຊາຊົນປະຕິວັດລາວ, ວຽກງານສື່ມວນຊົນເປັນວຽກງານໜຶ່ງ ທີ່ເຮັດບົດບາດຜັນຂະຫຍາຍແນວທາງນະໂນບາຍຂອງພັກ ມາເປັນແຜນພັດທະນາຊາວໜຸ່ມ ໃນແຕ່ລະໄລຍະ.
ໃນນັ້ນ, ສື່ມວນຊົນ ເປັນກະບອກສຽງ ກາຍເປັນພາຫະນະອັນໄດ້ເຮັດໃຫ້ຂໍ້ມູນຂ່າວສານ ການເປັນສື່ກາງໃຫ້ຊາວໜຸ່ມ ແຕ່ສູນກາງຮອດທ້ອງຖິ່ນ ໄດ້ຮັບຮູ້ ເຂົ້າໃຈໃນການພັດທະນາຊາວໜຸ່ມ. ດັ່ງທີ່ຮູ້ແລ້ວວ່າວຽກສື່ເປັນວຽກທີ່ມີບົດບາດສຳຄັນໃນການສະໜອງຂໍ້ມູນ ຖືກຕ້ອງ ຊັດເຈນ ເປັນການສະແດງ ສ່ອງແສງສັງຄົມ ດ້ວຍຮູບແບບ ແລະ ວິທີການແຕກຕ່າງ ຜ່ານຂະບວນການເຮັດໃຫ້ສັງຄົມ ຊາວໜຸ່ມ ມີການປ່ຽນແປງໄປຕາມຈິນຕະນາການ.
ເນື່ອງໃນໂອກາດ 46ປີ ວັນສ້າງຕັ້ງໜັງສືພິມໜຸ່ມລາວ ກໍ່ຄືວັນສ້າງຕັ້ງສື່ມວນຊົນໜຸ່ມລາວ ທ່ານນາງບົວໂຮມ ສົມວິຈິດ ຫົວໜ້າກົມສື່ມວນຊົນໜຸ່ມລາວ ບັນນາທິການໜັງສືພິມໜຸ່ມລາວ ໄດ້ມີບາງຄຳເຫັນຕໍ່ການພັດທະນາສື່ໃນເງື່ອນໄຂໃໜ່, ນັກຂ່າວ ນັກຂຽນ ຕ້ອງມີບຸກຄະລິກຂະພາບທີ່ສົມບູນ ເປັນຕົວແທນທີ່ຊັດເຈນ ພ້ອມທັງຮູ້ປຸງແຕ່ງ ແລະ ຮູ້ຜັນຂະຫຍາຍ ບົດໃຫ້ມີຮູບແບບວິທີການ ຢ່າງພາວະວິໄສ ເຮັດໜ້າທີ່ຄືກັບແມ່ຄົວ ຫຼື ເອື້ອຍລ້ຽງ ທີ່ຮູ້ລົດຊາດແບບຈິນຕະນາການ ເຊັ່ນ ມີປາໂຕດຽວໃຫ້ໄດ້ອາຫານຫຼາຍຢ່າງເຊັ່ນ: ເຮັດເອາະ, ເຮັດລາບ, ເຮັດແກງ ເຮັດປິ້ງ ແລະ ອື່ນໆ ທີ່ມີຫຼາຍແບບຫຼາຍ ສີສັນ ໜ້າແຊບ ແລະ ມີຄຸນນະພາບສູງ. ນັກຂ່າວໃນເງື່ອນໄຂໃໜ່ ມີຄວາມຈຳເປັນ ຕ້ອງຮູ້ຄ່ານິຍົມຂອງສັງຄົມ ພ້ອມທັງເຂົ້າໃຈຕໍ່ຊາວໜຸ່ມ ຈຳແນກໃຫ້ໄດ້ຄ່ານິຍົມຂອງສັງຄົມ.
ທ່ານໄດ້ຮຽກຮ້ອງໃຫ້ຊາວໜຸ່ມຈົ່ງເຂົ້າໃຈ ແລະ ຈຳແນກໃຫ້ໄດ້ຂໍ້ມູນທີ່ຖືກຕ້ອງ ໃນເງື່ອນໄຂເຕັກໂນໂລຊີສູງ. ການສື່ສານຍິ່ງມີບົດບາດສຳຄັນ ເຮັດໃຫ້ຊາວໜຸ່ມມີອຸດົມການ ພ້ອມທັງກຽມພ້ອມມີຫຼັກໜັ້ນ ແລະ ຍຶດໜັ້ນເດີນຕາມ ອຸດົມການຂອງພັກລັດ.
Scroll to Top