ປະກາດ​ການ​ແຕ່ງຕັ້ງ​ຂັ້ນ​ຮອງ​ລັດຖະມົນຕີ ຄະນະ​ກົມ​ໃຫຍ່ ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ.
ວັນ​ທີ 15 ມັງກອນ 2025 ນີ້, ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ຈັດ​ພິທີ​ປະກາດ​ການ​ແຕ່ງຕັ້ງ ​ຂັ້ນ​ຮອງ​ລັດຖະມົນຕີ, ຄະນະ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ, ກອງ​ພົນ ແລະ ກອງ​ບັນຊາ​ການ ທີ່​ຂຶ້ນ​ກັບ​ກະຊວງ​ປ້ອງ​ກັນ​ປະເທດ ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ​ປອ ບຸນ​ທອງ ຈິດ​ມະນີ ກຳມະການກົມ​ການເມືອງ​ສູນ​ກາງ​ພັກ, ຜູ້​ປະຈຳການ​ຄະນະ​ເລຂາທິການ​ສູນ​ກາງ​ພັກ, ຮອງ​ປະທານ​ປະເທດ, ມີ ສະຫາຍ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ມີ​ບັນດາ​ຄະນະ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ, ແຂກ​ທີ່​ຖືກ​ເຊີນ ແລະ ພະນັກງານ​ຫຼັກ​ແຫຼ່ງ​ເຂົ້າ​ຮ່ວມ.
ສະຫາຍ ດອນ ໄພ​ວົງ ກຳມະການ​ຄະນະ​ພັກ, ຫົວໜ້າ​ກົມ​ຄຸ້ມ​ຄອງ​ພະນັກງານ ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ໄດ້​ຜ່ານ​ດຳລັດ​ຂອງ​ນາຍົກລັດຖະມົນຕີ​ແຫ່ງ ​ສປປ ລາວ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຂັ້ນ​ຮອງ​ລັດຖະມົນຕີ, ຄະນະ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ, ກອງ​ພົນ, ກອງ​ບັນຊາ​ການ ຂຶ້ນ​ກັບ​ກະຊວງ​ປ້ອງ​ກັນ​ປະເທດ. ໃນ​ນີ້, ນາຍົກລັດຖະມົນຕີ ອອກ ດຳລັດ​ມາດຕາ 1 ແຕ່ງຕັ້ງ:
– ສະຫາຍ ພົນ​ຕີ ສາຍໃຈ ກົມ​ມະ​ສິດ ເປັນ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ທັງ​ເປັນ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ.
– ສະຫາຍ ພົນ​ຕີ ວົງ​ສອນ ອິນ​ປານພິມ ເປັນ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ.
– ສະຫາຍ ພົນ​ຈັດຕະວາ ກົງ​ທອງ ສຸ​ຂະ​ວົງ ເປັນ​ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ.
– ສະຫາຍ ພົນ​ຈັດຕະວາ ສີ​ພອນ​ໄຊ ຄຳ​ທອງ​ເຫວີນ ເປັນ​ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ.
– ສະຫາຍ ພົນ​ຈັດຕະວາ ເດືອນ​ສະຫວັນ ສາຍ​ພິມ​ຄຳ​ປະທຸມ ເປັນ​ຮອງ​ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ.
– ສະຫາຍ ພົນ​ຈັດຕະວາ ຈັນ​ດີ ສຸ​ລິ​ວົງ​ສັກ ເປັນ​ຫົວໜ້າ​ກົມ​ໃຫຍ່​ພະລາທິການ​ກອງທັບ
– ສະຫາຍ ພົນ​ຕີ ສົມ​ພອນ ມິດ​ຕະ​ພອນ ເປັນ​ຫົວໜ້າ​ຫ້ອງ​ວ່າ ການ​ກະຊວງ​ປ້ອງ​ກັນ​ປະເທດ
– ສະຫາຍ ພົນ​ຕີ ພັນແສງ ບຸນ​ພັນ ເປັນ​ຮັກສາ​ການ​ຫົວໜ້າ​ການເມືອງ ວິທະຍາຄານ​ປ້ອງ​ກັນ​ຊາດ ໄກສອນ ພົມວິຫານ,
– ສະຫາຍ ພົນ​ຈັດຕະວາ ຂວັນ​ມິ່ງ ບິດາ​ສັກ ເປັນ​ຫົວໜ້າ​ກົມ​ວິທະຍາສາດ-ປະຫວັດສາດ​ການ​ທະຫານ.
– ສະຫາຍ ພົນ​ຈັດຕະວາ ທະນູ​ກອນ ສຸລິຍະ​ແສງ ເປັນ​ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ອາກາດ.
– ສະຫາຍ ພັນ​ເອກ ອຸ່ນ​ຄຳ ສີ​ແຫວນ​ວົງ​ສັກ ເປັນ​ຜູ້​ບັນຊາ​ການ​ກອງ​ບັນຊາ​ການ​ທະຫານ​ຊາຍ​ແດນ.
– ສະຫາຍ ພົນ​ຈັດຕະວາ ສີ ທະວີ​ໄຊ ເປັນ​ຫົວໜ້າ​ການເມືອງ​ກອງ​ບັນຊາ​ການ​ທະຫານ​ຊາຍ​ແດນ.
– ສະຫາຍ ພັນ​ເອກ ຄຳ​ຊາວ ລິນ​ທະ​ກຸນ​ແກ້ວ ເປັນ​ຫົວໜ້າ​ການ​ທະຫານ​ກອງ​ພົນ​ທີ 1.
– ສະຫາຍ ພັນ​ເອກ ສອນ​ເພັດ ຈັນ​ສົມ ເປັນ​ຫົວໜ້າ​ການ​ທະ ຫານ​ກອງ​ພົນ​ທີ 2.
– ສະຫາຍ ພົນ​ຈັດຕະວາ ຄຳ​ດີ ໄຊ​ຍະ​ວົງ ເປັນ​ຫົວໜ້າ​ການເມືອງ​ກອງ​ພົນ​ທີ 2.
– ສະຫາຍ ພັນ​ເອກ ໃຈ​ເພັດ ວົງ​ແສນ​ສົມ ເປັນ​ຫົວໜ້າ​ການເມືອງ​ກອງ​ພົນ​ທີ 4.
– ສະຫາຍ ພັນ​ເອກ ຄຳ​ກົດ ອີນ​ສີ​ນາ ເປັນ​ຫົວໜ້າ​ການເມືອງ​ກອງ​ພົນ​ທີ 5.
ພ້ອມ​ນີ້, ຍັງໄດ້​ຜ່ານ​ຄຳ​ສັ່ງ​ຂອງ​ນາຍົກລັດຖະມົນຕີ ວ່າ​ດ້ວຍ​ການ​ຍົກຍ້າຍ​ພະນັກງານ​ຂັ້ນ​ນຳພາ-ບັນຊາ​ໄປ​ຮັບ​ໜ້າທີ່​ໃໝ່, ໃນ​ນີ້, ນາຍົກລັດຖະມົນຕີ ອອກ​ຄຳ​ສັ່ງ​ຍົກຍ້າຍ ສະຫາຍ ພົນ​ຈັດຕະວາ ແປ້ນ​ຄຳ ບຸດ​ຈັນ​ແພງ ຫົວໜ້າ​ການເມືອງ ວິທະຍາຄານ​ປ້ອງ​ກັນ​ຊາດ ໄກສອນ ພົມວິຫານ ໄປ​ຮັບ​ໜ້າທີ່​ໃໝ່​ຢູ່​ແຂວງ​ບໍ່​ແກ້ວ.
ຈາກ​ນັ້ນ, ຍັງ​ໄດ້​ຜ່ານ​ບັນດາ​ມະຕິ​ບົ່ງ​ຕົວ​ແຕ່ງຕັ້ງ​ຄະນະ​ປະຈຳ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ, ຜ່ານ​ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ຜ່ານ​ມະຕິ​ແຕ່ງຕັ້ງ​ບົ່ງ​ຕົວ​ເລຂາ​ຄະນະ​ພັກ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ ຕື່ມ​ອີກ​ຈຳນວນ​ໜຶ່ງ.
Scroll to Top