ພະຍາກອນອາກາດແຕ່ເວລາ 07 ໂມງ ຂອງວັນທີ 27/01/2025 ຫາ ເວລາ 07 ໂມງ ຂອງວັນທີ 28/01/2025 ພາກເຫນືອດ້ານຕາເວັນອອກ: (ຜົ້ງສາລີ, ວຽງໄຊ, ຊໍາເຫນືອ ແລະ ຊຽງຂວາງ) ອາກາດຈະຫນາວເຢັນຫຼາຍລົງຕື່ມອີກ ພ້ອມມີຫມອກຫນາ ປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 15% ຂອງພາກ. ອຸນຫະພູມໃນລະຫວ່າງ 07 – 24 ອົງສາ.
ພາກເຫນືອດ້ານຕາເວັນຕົກ (ແຂວງ ຫຼວງນ້ໍາທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ): ອາກາດຈະຫນາວເຢັນ ຫາ ຫນາວ ເຢັນຫຼາຍ ພ້ອມມີຫມອກຫນາປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກ ຫຸ້ມຂອງຝົນເທົ່າກັບ 15%ຂອງພາກ. ອຸນຫະພູມໃນລະຫວ່າງ 07 – 29 ອົງສາ.
ນະຄອນຫຼວງວຽງຈັນ: ອາກາດເຢັນ ພ້ອມມີຫມອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນ ລະຫວ່າງ 18 – 27 ອົງສາ.
ພາກກາງ: ອາກາດຈະເຢັນ ຫາ ຫນາວເຢັນ ພ້ອມມີຫມອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງຢູ່ທົ່ວໄປ ອຸນຫະພູມໃນລະຫວ່າງ 13 – 30 ອົງສາ.
ແຂວງໄຊສົມບູນ: ອາກາດຍັງຈະຫນາວເຢັນຫຼາຍ ພ້ອມມີຫມອກຫນາປົກຫຸ້ມຢູ່ທົ່ວໄປ ແລະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມ ໃນລະຫວ່າງ 06 – 25 ອົງສາ.
ພາກໃຕ້: ອາກາດເຢັນ ຫາ ຫນາວເຢັນ ພ້ອມມີຫມອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມໃນ
ລະຫວ່າງ 13 – 32 ອົງສາ.
ສໍາລັບເຂດພູພຽງບໍລະເວນ: ອາກາດຫນາວເຢັນຫຼາຍ ພ້ອມມີຫມອກຫນາປົກຫຸ້ມຢູ່ທົ່ວໄປ ແລະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 05 – 26 ອົງສາ.
Scroll to Top