ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ຮູ້ ໃນກອງປະຊຸມສະຫລຸບວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ເມື່ອບໍ່ດົນນີ້ວ່າ: ຄາດໝາຍລວມ ໃນປີ 2025 ນີ້, ຈະຊຸກຍູ້ແຮງການຜະລິດສະບຽງອາຫານ ແລະ ການຜະລິດສິນຄ້າກະສິກຳ ທີ່ມີທ່າແຮງການຂະຫຍາຍຕົວ, ຫລາກຫລາຍ, ສະອາດ, ປອດໄພ, ປະຊາຊົນມີລາຍຮັບ, ທັງຮັບປະກັນລະບົບນິເວດກະສິກຳຂອງທ້ອງຖິ່ນ ມີຄວາມຂຽວງາມ ແລະ ຍືນຍົງ ໂດຍຮັກ ສາລະດັບການເຕີບໂຕຂອງກະສິກຳ 4,3%. ໃນນັ້ນ, ປູກຝັງ ຂະຫຍາຍຕົວ 3,9%, ລ້ຽງສັດ ຂະ ຫຍາຍຕົວ 4,7%, ປ່າໄມ້ ຂະຫຍາຍຕົວ 5,7%, ປະມົງ ຂະຫຍາຍຕົວ 4,4% ແລະ ປະກອບສ່ວນໃນລວມຍອດຜະລິດຕະພັນພາຍໃນ (GDP) 22,4%.
ເພື່ອໃຫ້ສາມາດຮັບປະກັນໄດ້ການບໍລິໂພກພາຍໃນ ແລະ ເປັນສິນຄ້າ ສົ່ງອອກຈໍານວນໜຶ່ງ ຕ້ອງສູ້ຊົນຜະລິດເຂົ້າເປືອກລວມໃຫ້ໄດ້ 3,9 ລ້ານໂຕນ. ໃນນັ້ນ, ສູ້ຊົນເກັບກ່ຽວເຂົ້ານາປີໃຫ້ໄດ້ 3.269.400 ໂຕນ ແລະ ເຂົ້ານາແຊງ 450.000 ໂຕນ ແລະ ເຂົ້າໄຮ່ 180.600 ໂດຍສຸມໃສ່ 10 ແຂວງເປົ້າໝາຍ ຂອງໂຄງການຄໍ້າປະກັນສະບຽງອາຫານຫລາຍແຫ່ງ ໂດຍສະເພາະແມ່ນ ແຂວງຄໍາມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ແຂວງຈຳປາສັກ ແມ່ນເລັ່ງໃສ່ຜະລິດ ເພື່ອສະໜອງໃຫ້ແກ່ບັນດາແຂວງພາກກາງ ແລະ ພາກໃຕ້ ແລະ ເປັນສິນຄ້າສົ່ງອອກ.