ພາຍໃຕ້ວິໄສທັດ “ ເປັນໃຈກາງແຫ່ງຄວາມສາມັກຄີ; ປົກປ້ອງ ແລະ ປະກອບສ່ວນພັດທະນາ ທະນາຄານທຸລະກິດໃຫ້ເຕີບໃຫຍ່, ເຂັ້ມແຂງ ແລະ ຍືນຍົງ ສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດແຫ່ງຊາດ ຢ່າງມີປະສິດທິຜົນ ແລະ ເຊື່ອມໂຍງພາກພື້ນ ແລະ ສາກົນ ”
ສະມາຄົມທະນາຄານ ລາວ (ສມຄ) ໄດ້ກອງປະຊຸມ ໃນວັນທີ 6 ກຸມພາ 2025 ທີ່ ຫ້ອງປະຊຸມໃຫຍ່ ທະນາຄານ ICBC ສາຂານະຄອນຫລວງ ເພື່ອສະຫລູບຜົນການເຄືີ່ອນໄຫວວຽກງານ ປະຈຳປີ 2024 ແລະ ຜ່ານ ແຜນດຳເນີນງານໃນປີ 2025 ໂດຍການເປັນປະທານ ຂອງ ທ່ານ ພຸດທະໄຊ ສິວິໄລ ປະທານ ສະມາຄົມທະນາຄານລາວ;
ໃຫ້ກຽດເຂົ້າຮ່ວມມີບັນດາທີ່ປຶກສາ ສະມາຄົມທະນາຄານ ລາວ ພ້ອມຄະນະ, ທ່ານຜູ້ຕາງໜ້າ ຈາກ ສະພາການຄ້າອຸດສະຫະກໍາ, ຕາງໜ້າ ຈາກ ທະນາຄານແຫ່ງ ສປປ ລາວ, ຜູ້ອຳນວຍການ ແລະ ຕາງໜ້າ ທະນາຄານທຸລະກິດທີ່ເປັນສະມາຊິກຂອງສະມາຄົມ ແລະ ບໍ່ແມ່ນ ສະມາຊິກຂອງສະມາຄົມ, ຄະນະຜູ້ບໍລິຫານ ແລະ ພະນັກງານຂອງ ສາມາຄົມທະນາຄານລາວກໍເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ ທ່ານ ພຸດທະໄຊ ສີວິໄລ ປະທານ ສະມາຄົມທະນາຄານລາວ ກໍໄດ້ເປັນກຽດຂື້ນກ່າວເປີດກອງປະຊຸມຢ່າງເປັນທາງການ ແລະ ໄດ້ ຜ່ານເນື້ອໃນບົດສະຫລູບ ການເຄື່ອນໄຫວຂອງສະມາຄົມໃນປີ 2024 ທີ່ຜ່ານມາ ແລະ ຜ່ານ ທີດທາງແຜນດຳເນີນການດຳເນີນງານ ຂອງສະມາຄົມໃນປີ 2025 ເຊິ່ງໃນບົດສະຫລູບການເຄື່ອນ ໄຫວຂອງ ສະມາຄົມ ປີ 2024 ນັ້ນ ທ່ານປະທານສະມາຄົມທະນາຄານລາວ ໄດ້ຍົກໃຫ້ເຫັນ ກ່ຽວກັບສະພາບທີ່ພົ້ນເດັ່ນຂອງການເຄື່ອນໄຫວວຽກງານຂອງ ສະມາຄົມ ເປັນຕົ້ນວຽກງານ ປັບປຸງລະບຽບພາຍໃນ , ປັບປຸງກົງຈັກການ ຈັດຕັ້ງ, ວຽກງານ ປົົກປ້ອງສິດຜົນປະໂຫຽດຂອງສະມາຊິກ, ວຽກຄົ້ນຄວ້າ ແລະ ພັດທະນາ.
ນອກນັ້ນທ່ານຍັງຍົກໃຫ້ເຫັນເຖິງ ຂໍ້ສະດວກ; ຂໍ້ຄົງຄ້າງ ແລະ ສາເຫດທີ່ພາໃຫ້ໃຫ້ເກີດມີຈຸດດີ ແລະ ຂໍ້ຄົງ ຄ້າງທີ່ຈະຕ້ອງໄດ້ສຸມໃສ່ປັບປຸງແກ້ໄຂ ເພື່ອເສີມສ້າງ ແລະ ພັດທະນາສາມາຄົມທະນາຄານລາວ ແລະ ທະນາຄານທີ່ເປັນສະມາຊິກ ຂອງສະມາຄົມ ໄປຕາມ ວິໃສທັດທີ່ວ່າ “ ເປັນໃຈກາງແຫ່ງຄວາມສາມັກຄີ ປົກປ້ອງ ແລະ ປະກອບສ່ວນພັດທະນາ ທະນາຄານທຸລະກິດໃຫ້ເຕີບໃຫ່ຍ, ເຂັ້ມແຂງ ແລະ ຍືນຍົງ ສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດແຫ່ງຊາດ ຢ່າງມີປະສິດທິຜົນ ແລະ ເຊື່ອມໂຍງພາກພື້ນ ແລະ ສາກົນ ”
ທີ່ປະຊຸມຍັງເປີດໂອກາດໃຫ້ ຜູ້ແທນທີ່ເຂົ້າຮ່ວມ ປະກອບຄຳຄີດຄຳເຫັນໃສ່ ເນື້ອໃນບົດສະຫລູບ ແລະ ແຜນການເຄື່ອນໄຫວຂອງສະມາຄົມ ດ້ວຍຄວາມຮັບຜິດຊອບສູງ ພ້ອມທັງການສະເໜີບັນຫາຕ່າງໆທີ່ບັນດາທະນາຄານທຸລະກິດເຫັນວ່າ ເປັນສິ່ງທ້າທາຍ, ກີດຂວາງໃນການດຳເນິນທຸລະກິດຂອງ ສະມາຊິກ ເພື່ອມອບໝາຍ ໃຫ້ສະມາຄົມທະນາຄານລາວ ປະສານກັບຂະແໜງການກ່ຽວຂ້ອງ ແລະ ອົງກອນຄຸ້ມຄອງ ມະຫາພາກ ເພື່ອແກ້ໄຂໃຫ້ໂລ່ງລ່ຽນບົນພື້ນຖານລະບຽບກົດໝາຍ.
ປັດຈຸບັນ ສະມາຄົມທະນາຄານລາວ “Lao Bankers’ Association” ມີຫ້ອງການ ເເລະ ມີຈຸດປະສານງານ ທີ່ ຕຶກທະນາຄານສົົ່ງເສີມກະສິກໍາ, ສາຂານະຄອນຫລວງ, ຊັ້ນ4 , ເມືອງ ຈັນທະບູລີ, ນະຄອນຫລວງວຽງຈັນ.
ສມຄ ສ້າງຕັ້ງຂຶ້ນໃນ ປີ 2001 ຕາມມະຕິກອງປະຊຸມໃຫຍ່ຂອງສະມາຄົມທະນາຄານລາວ ຄັ້ງປະຖົມມະເລີກ; ເປັນອົງຈັດຕັ້ງທາງສັງຄົມຂອງບັນດາທະນາຄານທຸລະກິດທີ່ມີການສ້າງຕັ້ງ ແລະ ໄດ້ຮັບອະນຸຍາດເຄື່ອນໄຫວຈາກ ທະນາຄານ ແຫ່ງ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງລັດ. ເບື້ອງຕົ້ນໃນປີ 2001 ມີສະມາຊິກຈຳນວນ 07 ທະນາຄານ ແລະ ໃນປັດຈຸບັນຈໍານວນຂອງສະມາຊິກເເມ່ນໄດ້ເພີ່ມຂື້ນເປັນ 21 ທະນາຄານ.
ສະມາຄົມທະນາຄານລາວ ໄດ້ເຂົ້າເປັນ ສະມາຊິກສະມາຄົມທະນາຄານ ອາຊຽນ ໃນ ປີ 2004.