ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ກອງປະຊຸມ ສະຫຼຸບການ ຈັດຕັ້ງປະຕິບັດວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ວ່າ:
ວຽກສິ່ງແວດລ້ອມ:
(1) ໃຫ້ເອົາໃຈໃສ່ປັບປຸງລະບົບ ແລະ ສ້າງກົນໄກເພື່ອປ້ອງກັນ, ຫຼຸດຜ່ອນ ແລະ ແກ້ໄຂບັນຫາມົນລະພິດຕ່າງໆ ໂດຍສ້າງໃຫ້ມີການຫັນປ່ຽນແທ້ ແລະ ມີຕົວຊີ້ວັດທີ່ຊັດເຈນ;
(2) ໃຫ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດວຽກງານການຄຸ້ມຄອງສິີ່ງເສດເຫຼືອຢ່າງເອົາຈິງເອົາຈັງ ໂດຍສະເພາະ ສິ່ງເສດເຫຼືອປຣາດສະຕິກ ໂດຍຫຼຸດຜ່ອນການນໍາໃຊ້ ປຣາດສະຕິກຄັ້ງດຽວ ຖີ້ມ ແລະ ຫັນມານໍາໃຊ້ຜະລິດຕະພັນທົດແທນ;
(3) ປະສານສົມທົບກັບກະຊວງກະສິກໍາ ແລະ ປ່າໄມ້ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອແກ້ໄຂບັນຫາມົນລະພິດໝອກຄວັນ ແລະ ໄຟໄໝ້ປ່າ ຢ່າງຈິງຈັງ ແລະ ມີຮູບປະທໍາ ພ້ອມນັ້ນ ກໍສົມທົບກັບປະເທດໃກ້ຄຽງ (ໂດຍສະເພາະ ປະເທດໄທ ແລະ ມ້ຽນມາ ທີ່ນາຍົກທັງ 3 ປະເທດ ໄດ້ຕົກລົງກັນ) ເພື່ອສ້າງ ແລະ ຈັດຕັ້ງປະຕິບັດແຜນດໍາເນີນງານຮ່ວມກັນໃຫ້ມີປະສິດທິຜົນ;
4) ສົ່ງເສີມເສດຖະກິດໝູນວຽນ ໃຫ້ເປັນຮູບປະທໍາ ເພື່ອນໍາໃຊ້ຊັບພະຍາກອນຢ່າງມີປະສິດທິຜົນ ແລະ ຫຼຸດຜ່ອນບັນຫາສິ່ງເສດເຫຼືອ;
Scroll to Top