ປະມວນພາບງານເປິດບຸນນະມັດສະການ ຜາສາດຫີນວັດພູຈຳປາສັກໃນວັທີ 10 ກຸມພາ 2024
ເຊິ່ງມີການສະແດງບິນໂດຣນ, ຈູດດອກໄມ້ໄຟ, ການສະແດງລະຄອນຢ້ອນຍຸກ ກ່ຽວກັບຮັກ 3 ເສົ້າ ທ້າວບາຈຽງ – ນາງມະໂລງ, ໄຂ ປິດສະໜາການກໍ່ສ້າງຜາສາດຫີນວັດພູ ແລະ ນາງສີດາຍອດຍິງຜູ້ເສຍສະຫຼະ ແລະກິດຈະກຳອື່ນໆ.
ເຂົ້າຮ່ວມເປີດງາຂອງທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ. ທ່ານ ປ້ານາລີ ສີສຸລິດ ພັນລະຍາ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງໆຈໍາປາສັກ. ມີພະເຖລະນຸເຖລະ, ບັນດາທ່ານການນໍາຈາກສູນກາງ, ການນໍາແຂວງພາກໃຕ້, ເອກອັກຄະລັດຖະຖູດ ສປ ຈີນ ປະຈຳ ສປປ ລາວ, ບັນດາທ່ານທູດ, ທູຕານຸທູດ, ກົງສູນໃຫຍ່ ສສ ຫວຽດນາມ, ຣາຊະອານາຈັກກຳປູເຈຍ, ຣາຊະອານາຈັກໄທ, ແຂວງ, ເມືອງ ແລະ ແຂກພາຍໃນ ແລະ ຕ່າງປະເທດ ຕະຫຼອດຮອດມວນຊົນຊາວລາວ ແລະ ຊາວ ແຂວງຈໍາປາສັກ