ຫ້າມ ບັນດາ ບຸກຄົນ, ນິຕິບຸກຄົນ ແລະ ບໍລິສັດໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ຢູ່ ສປປ ລາວ ເຊື່ອມຕໍ່ລະບົບໂທລະຄົມມະນາຄົມ ແລະ ອິນເຕີເນັດ ເຂົ້າ-ອອກ ສປປ ລາວ ໂດຍບໍ່ໄດ້ຮັບອະນຸຍາດ ຈາກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຢ່າງເດັດຂາດ
—————–
ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ອອກແຈ້ງການສະບັບເລກທີ 258/ຫກ.ກຕສ, ລົງວັນທີ 12 ກຸມພາ 2025, ເຖິງ: ບັນດາ ບຸກຄົນ, ນິຕິບຸກຄົນ ແລະ ບໍລິສັດໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ຢູ່ ສປປ ລາວ ,ເລື່ອງ: ການເຊື່ອມຕໍ່ລະບົບໂທລະຄົມມະນາຄົມ ແລະ ອິນເຕີເນັດ ເຂົ້າ-ອອກ ສປປ ລາວ.
ໃນແຈ້ງການລະບຸວ່າ:
1.ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ສືບຕໍ່ຊຸກຍູ້ສົ່ງເສີມການນຳໃຊ້ລະບົບໂທລະຄົມມະນາຄົມ ແລະ ອິນເຕີເນັດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ທົ່ວສັງຄົມ ສາມາດເຂົ້າເຖິງໄດ້ຢ່າງປອດໄພ ເພື່ອຮັບປະກັນການຫັນເປັນດິຈິຕອນ ຢູ່ ສປປ ລາວ;
2. ຫ້າມ ບັນດາ ບຸກຄົນ, ນິຕິບຸກຄົນ ແລະ ບໍລິສັດໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ຢູ່ ສປປ ລາວ ເຊື່ອມຕໍ່ລະບົບໂທລະຄົມມະນາຄົມ ແລະ ອິນເຕີເນັດ ເຂົ້າ-ອອກ ສປປ ລາວ ໂດຍບໍ່ໄດ້ຮັບອະນຸຍາດ ຈາກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຢ່າງເດັດຂາດ ເພື່ອຮັບປະກັນຄວາມປອດໄພທາງດ້ານໄຊເບີ ແລະ ປ້ອງກັນການຫຼອກລວງຂອງພວກກຸ່ມຄົນບໍ່ດີ ແລະ ກຸ່ມແກ໋ງຄອນເຊັນເຕີ (Call Center) ຕ່າງໆ;