ສະພາບອາກາດ ປະຈໍາວັນທີ 27 ກຸມພາ 2025.
ບໍລິເວນຄວາມກົດດັນສູງຂອງອາກາດເຢັນຈະສືບຕໍ່ອ່ອນກໍາລັງລົງ ຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ, ສົມທົບ ກັບລົມຕາເວັນຕົກພັດປົກຄຸມພາກເໜືອ ແລະ ລົມຕາເວັນອອກພັດ ປົກຄຸມພາກກາງ ລົງຫາ ພາກໃຕ້. ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ, ພ້ອມມີໝອກໜາປົກຫຸ້ມ ຢູ່ບາງທ້ອງຖິ່ນໃນຕອນເຊົ້າ ໂດຍສະເພາະຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ. ສ່ວນໃນໄລຍະຕອນບ່າຍ ອາກາດ ຈະຄ່ອຍຮ້ອນຂື້ນຢູ່ໃນແຕ່ລະພາກ ແລະ ຍັງຈະມີຝົນຕົກໃນ ລະດັບຄ່ອຍຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຢູ່ແຂວງພາກໃຕ້.
ພາກໃຕ້: ອາກາດເຢັນໃນຕອນເຊົ້າ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໃນຕອນບ່າຍອາກາດຮ້ອນ, ພ້ອມຈະມີຝົນຕົກໃນລະດັບຄ່ອຍ ຢູ່ບາງທ້ອງຖິ່ນ ແລະ ມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20% ຂອງພາກ.

Scroll to Top