ກັບຄືນສູ່ລາວ, ທາງການໄທສົ່ງມອບພຣະພຸດທະຮູບບູຮານ ທີ່ສູນຫາຍໃນສະໄໝສົງຄາມອິນດູຈີນຄືນໃຫ້ແກ່ ສປປ ລາວ
ໃນວັນທີ 7 ມີນາ 2025, ທ່ານອຸປະກິດ ປາຈະລີຍາງກຸນ ອະດີດສະມາຊິກວຸດທິສະພາ, ຫົວໜ້າຜູ້ແທນທຳມະທູດຂອງໄທ ໄດ້ເຂົ້າພົບ ທ່ານ ຄຳພັນ ອັນລາວັນ ເອກອັກຄະລັດຖະທູດ ສປປ ລາວ ປະຈຳໄທ ເພື່ອສົ່ງມອບພຣະພຸດທະຮູບບູຮານທີ່ສຳຄັນ ແລະ ສູນຫາຍໃນຊ່ວງສົງຄາມອິນໂດຈີນ ສົ່ງມອບຄືນໃຫ້ແກ່ ສປປ ລາວ.
ເຊິ່ງພຣະພຸດທະຮູບດັ່ງກ່າວເປັນພຣະພຸດທະຮູບປາງມານວິໄຊ ເນື້ອສຳລິດ ໜ້າຕັກກວ້າງ 38.5 ຊັງຕີແມັດ, ສູງ 74 ຊັງຕີແມັດ, ຮູບຊົງຕາມແບບສິລະລ້ານຊ້າງໃນຊ່ວງສັດຕະວັດທີ 19-24 ຫຼື ປະມານ 200-700 ປີກ່ອນ.
ພຣະພຸດທະຮູບໄດ້ມາຈາກພໍ່ຄ້າ ໂດຍປະມູນມາຈາກພິພິທະພັນສ່ວນຕົວໃນປະເທດຝຣັ່ງ ແລະ ຕໍ່ມາກົມສິລະປກອນໄທ ໄດ້ຄົ້ນຄວ້າຈາກຫຼັກຖານຕ່າງໆເຊັ່ນ: ພາບສະເກັດ, ແຜ່ນຈາລຶກຈາກຖານພະພຸດທະຮູບ ເລີຍໄດ້ຮູ້ວ່າ ເປັນພຣະພຸດທະຮູບທີ່ເຄີຍປະດິດສະຖານໃນວັດເພຍວັດ, ເມືອງຄູນ, ແຂວງຊຽງຂວາງ, ສປປ ລາວ ຈຶ່ງໄດ້ທຳການສົ່ງມອບຄືນໃຫ້ແກ່ ສປປ ລາວ.