ກອງປະຊຸມ ສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ໄດ້ເປີດຂຶ້ນໃນວັນທີ 17 ມີນາ 2025 ເຊິ່ງຈະໄດ້ພິຈາລະນາຮັບຮອງບັນຫາສໍາຄັນພື້ນຖານຂອງປະເທດຊາດ ດັ່ງນີ້:
1. ພິຈາລະນາ ແລະ ຮັບຮອງເອົາ ລັດຖະທໍາມະນູນ ສະບັບປັບປຸງ ປີ 2025;
2. ພິຈາລະນາ ແລະ ຮັບຮອງເອົາການປັບປຸງກົດໝາຍ ຈໍານວນ 2 ສະບັບ ຄື:
(1) ກົດໝາຍວ່າດ້ວຍ ການປົກຄອງທ້ອງຖິ່ນ;
(2) ກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນ.
3. ຄົ້ນຄວ້ານະໂຍບາຍ ໃຫ້ແກ່ຜູ້ລົງທຶນ ໃນນິຄົມອຸດສາຫະກໍາຈໍານວນໜຶ່ງ
4. ພິຈາລະນາຄໍາສະເໜີຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການປັບປຸງກົງຈັກຂອງລັດຖະບານ.
Scroll to Top