ທ່ານ ນາງ ສຸມາລີ ທໍາມະວົງ, ຫົວໜ້າພະແນກພາຍໃນ ນະຄອນຫຼວງວຽງຈັນ ລາຍງານຕໍ່ກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ແລະ ວຽກ 3 ສ້າງປີ 2023-2024 ແລະ ທິດ ທາງແຜນການປີ 2025 ໃນວັນທີ 1 ເມສາ 2025 ນີ້ວ່າ: ວຽກ ງານພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ແລະ ວຽກ 3 ສ້າງຂອງນະຄອນ ຫລວງວຽງຈັນ ມີ 9 ເມືອງ, ໃນນີ້ ມີ 4 ເມືອງໃນເທດ ສະບານ ແລະ 5 ເມືອງເປັນເຂດຊານເມືອງ, ມີທັງໝົດ 481 ບ້ານ.
ວຽກງານພັດທະນາຊົນນະບົດແກ້ໄຂຄວາມທຸກຍາກທົ່ວນະຄອນຫຼວງວຽງຈັນ ມີ 2 ຈຸດສຸມ ເພື່ອສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ຄື: ຈຸດສຸມບ້ານໃຫຍ່ນາຈະເລີນ ແລະ ຈຸດສຸມບ້ານຊໍ້ ເມືອງສັງທອງ, ຜ່ານການປະເມີນຄືນ 2024 ບັນລຸມາດຖານ 100% ແລະ ສະເໜີເພື່ອຮັບຮອງ.
ກໍານົດເພີ່ມ 1: ຈຸດສຸມພັດທະນາລະຫວ່າງສູນກາງ ແລະ ທ້ອງຖິ່ນ ຄື: ບ້ານນາໂງມເກົ່າ-ບ້ານນາໂງມໃໝ່-ບ້ານນາຕານ ເມືອງໄຊທານີ, ຜ່ານການປະເມີນບັນລຸ 14 ມາດຖານ, ຍັງບໍ່ທັນບັນລຸ 2 ມາດຖານ ຄື: ມາດຖານທີ 8 ບໍ່ມີສູນລວມບໍລິການເຕັກນິກກະສິ ກໍາ ແລະ ມາດຖານທີ 9 ບໍ່ມີຫົວໜ່ວຍທະນາຄານ ແລະ ການເງິນຈຸລະພາກ. ຜ່ານການປະເມີນຜົນຕາມມາດຖານພົ້ນທຸກ ຕາມມາດຖານການພັດທະນາທີ່ກຳນົດໃນດໍາລັດ 348/ລບ ມີຄອບ ຄົວພົ້ນທຸກ 155,493 ຄອບຄົວ ເທົ່າກັບ 99,43% ຄອບຄົວທຸກຍາກ 899 ຄອບຄົວ ເທົ່າກັບ 0.57% ຄອບຄົວພັດທະນາ 142,698 ຄອບຄົວ ເທົ່າກັບ 91.24% ຄອບຄົວບໍ່ພັດທະນາ
10,268 ຄອບຄົວ ເທົ່າກັບ 6.57% ບ້ານພັດທະນາ 379 ບ້ານ ເທົ່າກັບ 78.79% ຍັງບໍ່ບັນລຸ 102 ບ້ານ ເທົ່າກັບ 21.21%
ມາຮອດປັດຈຸບັນສາມາດຮັບຮອງເມືອງພົ້ນທຸກສໍາເລັດແລ້ວ 9 ເມືອງ ເທົ່າກັບ 100%.