ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈຳປາສັກ ໃນປັດຈຸບັນ), ເປັນບຸດ ຂອງພໍ່ນີ ນີລະໄຊ ແລະ ແມ່ ສາຍບົວ ນີລະໄຊ ໃນຄອບຄົວຊົນຊັ້ນຊາວນາກາງ, ມີອ້າຍເອື້ອຍນ້ອງຮ່ວມກັນ 6 ຄົນ.
ເວລາອາຍຸ 7 ປີ ໄດ້ຂຶ້ນມາຢູ່ວຽງຈັນ ນຳພໍ່ເຖົ້າມະຫາແກ້ວ ແລະ ໄດ້ເຂົ້າຮຽນຢູ່ຊັ້ນປະຖົມ, ຫລັງຈາກນັ້ນ ກໍ່ສອບເສັງເຂົ້າຮຽນມັດທະຍົມປາວີ (College PAVIE) ເຊິ່ງເປັນໂຮງຮຽນມັດທະຍົມແຫ່ງດຽວຢູ່ປະເທດລາວໃນສະໄໝນັ້ນ.
– ທ້າຍປີ 1941 ປະທານ ຄຳໄຕ ສີພັນດອນ ໄດ້ຕັດສິນໃຈອອກຈາກໂຮງຮຽນ ແລ້ວເສັງເຂົ້າເຮັດວຽກ ຢູ່ຂະແໜງໄປສະນີ, ຫລັງຈາກນັ້ນ ໄດ້ໄປຮຽນຕໍ່ວິຊາສະເພາະ 2 ປີ ຢູ່ ໄຊງ່ອນ ( ພາກໃຕ້ຫວຽດນາມ, ນະຄອນ ໂຮ່ຈີ່ມິງ ໃນປະຈຸບັນ).
– ປີ 1944 ປະທານ ຄຳໄຕ ສີພັນດອນ ໄດ້ຮັບການແຕ່ງຕັ້ງເປັນນາຍສາຍ ແລະ ໄດ້ໄປປະຈຳການ ຢູ່ແຂວງຜົ້ງສາລີ.
– ປີ 1946 ປະທານ ຄຳໄຕ ສີພັນດອນ ໄດ້ໄປເປັນຫົວໜ້າໄປສະນີ ຢູ່ເມືອງປາກເຊ ແຂວງຈຳປາສັກ.
– ປີ 1947-1948 ເປັນນາຍທະຫານ ປະຈໍາເສນາທິການເຂດໃຕ້ ຢູ່ຊາຍແດນລາວ-ໄທ.
– ປີ 1948 1950 ເປັນຜູ້ແທນລັດຖະບານລາວອິດສະຫລະປະຈຳ ເຂດໃຕ້ ແລະຮັບຜິດຊອບ ກໍ່ຕັ້ງທີ່ໝັ້ນການປະຕິວັດ ຢູ່ເຂດໃຕ້.
– ປີ 1950-1952 ເປັນກຳມະການສູນກາງແນວລາວອິດສະຫລະ.
– ປີ 1952-1955 ເປັນປະທານຄະນະກໍາມະການເຂດ, ທັງຮັບຜິດຊອບ ການທະຫານເຂດກາງ.
– ປີ 1953 ໄດ້ເຂົ້າເປັນສະມາຊິກພັກກອມມູນິດ ອິນດູຈີນ.
– ປີ 1955-1956 ເປັນເສນາທິການ ກອງທັບຝ່າຍປະເທດລາວ.
– ປີ 1957-1959 ເປັນກຳມະການສູນກາງພັກ, ເປັນຫົວໜ້າຫ້ອງວ່າການສູນກາງພັກ.
– ປີ 1959-1960 ເປັນກຳມະການສູນກາງພັກ, ເຮັດໜ້າທີ່ ໂຄສະນາອົບຮົມ ແລະ ຮັບຜິດຊອບ ຢູ່ວິທະຍຸກະຈາຍສຽງ ຂອງສູນກາງພັກ (ຝ່າຍປະເທດລາວ).
– ປີ 1960-1961 ເປັນກຳມະການສູນກາງພັກ ຮັບຜິດຊອບວຽກງານການທະຫານ, ເປັນຜູ້ບັນຊາການສູງສຸດ ກອງທັບຝ່າຍປະເທດລາວ.
– ປີ 1972 ກອງປະຊຸມໃຫຍ່ຄັ້ງທີ II ຂອງພັກ ໄດ້ຮັບເລືອກຕັ້ງເປັນກຳມະການກົມການເມືອງສູນກາງພັກ, ເປັນຜູ້ບັນຊາການສູງສຸດ ກອງທັບປົດປ່ອຍປະຊາຊົນລາວ.
– ປີ 1975 ພາຍຫລັງຢຶດອໍານາດການປົກຄອງໃນທົ່ວປະເທດ ໄດ້ຮັບການແຕ່ງຕັ້ງເປັນຮອງປະທານສະພາລັດຖະມົນຕີ, ເປັນລັດຖະມົນຕີກະຊວງປ້ອງກັນປະເທດ, ທັງເປັນຜູ້ບັນຊາການສູງສຸດ ກອງທັບປົດປ່ອຍປະຊາຊົນລາວ.
– ປີ 1982-1986 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ III ຂອງພັກ ໄດ້ຮັບການເລືອກຕັ້ງເປັນກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເປັນລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ເປັນຜູ້ບັນຊາການສູງສຸດ ກອງທັບປະຊາຊົນລາວ.
– ປີ 1986-1991 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ IV ຂອງພັກ ໄດ້ຮັບການເລືອກຕັ້ງເປັນກຳມະການກົມການເມືອງສູນກາງພັກ, ເລຂາທິການສູນ ກາງພັກອີກເທື່ອໃໝ່, ທັງຮັບຜິດຊອບເປັນລັດຖະມົນຕີ ກະຊວງປ້ອງກັນປະເທດ ແລະ ເປັນຜູ້ບັນຊາການສູງສຸດກອງທັບປະຊາຊົນລາວ.
– ປີ 1991 ກອງປະຊຸມໃຫຍ່ຄັ້ງທີ V ຂອງພັກ ສະຫາຍໄດ້ຖືກເລືອກຕັ້ງເປັນກຳມະການກົມການເມືອງສູນກາງພັກ ແລະ ເປັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ທັງເປັນຜູ້ບັນຊາການສູງສຸດ ກອງທັບປະຊາຊົນລາວ.
– ວັນທີ 15/8/1991 ກອງປະຊຸມເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ 2 ໄດ້ແຕ່ງຕັ້ງສະຫາຍເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
– ວັນທີ 24 ພະຈິກ ປີ 1992 ກອງປະຊຸມຄົບຄະນະຄັ້ງພິເສດ ຂອງຄະນະບໍລິຫານງານສູນກາງພັກ (ສະໄຫມທີ V ) ສະຫາຍໄດ້ຖືກເລືອກຕັ້ງ ເປັນປະທານຄະນະບໍລິຫານງານສູນກາງພັກ ແລະ ທັງເປັນນາຍົກລັດ ຖະມົນຕີ.
– ປີ 1996 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VI ຂອງພັກ ໄດ້ຖືກເລືອກຕັ້ງເປັນປະທານຄະນະບໍລິຫານງານສູນກາງພັກ.
– ປີ 1998 ໄດ້ຮັບການເລືອກຕັ້ງ ເປັນປະທານປະເທດ ແຫ່ງ ສປປ ລາວ.
-ປີ 2001-2006 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII ຂອງພັກ ໄດ້ຖືກເລືອກຕັ້ງ ເປັນປະທານຄະນະບໍລິຫານງານສູນກາງພັກ, ທັງເປັນປະທານປະເທດ ແຫ່ງ ສປປ ລາວ.
-ປີ 2006 ຍ້ອນອາຍຸກະສຽນສູງ, ເພິ່ນຈຶ່ງສະເໜີພັກຮັບບຳນານ.