ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມລັດຖະກິດ ສປປ ລາວ ແຕ່ວັນທີ 24-25 ເມສາ 2025 ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ.
ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ທີ່ສໍານັກງານປະທານປະເທດ ໃນຕອນບ່າຍຂອງວັນທີ 24 ເມສາ 2025 ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງສອງປະເທດ.
ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ ສະຫາຍ ເລືອງ ເກືອງ ທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ປະທານປະເທດ ແຫ່ງ ສສ ຫວຽດນາມ, ພ້ອມທັງໄດ້ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນຄັ້ງທໍາອິດໃນຖານະຕໍາແໜ່ງທີ່ມີກຽດສູງສົ່ງນີ້.
ພາຍຫຼັງສໍາເລັດການພົບປະ ສະຫາຍ ທອງລຸນ ສີສຸລິດ ແລະ ສະຫາຍ ເລືອງ ເກືອງ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານ ຈໍານວນ ຈໍານວນ 3 ສະບັບ ຄື:
1. ໜັງສືເຈດຈໍານົງ ວ່າດ້ວຍ ການຊ່ວຍເຫລືອກໍ່ສ້າງສໍານັກງານກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ ລະຫວ່າງ ກະຊວງປ້ອງກັນປະເທດ ສປປ ລາວ ແລະ ກະຊວງປ້ອງກັນປະເທດ ສສ ຫວຽດນາມ.
2. ແຜນການຮ່ວມມື ປະຈໍາປີ 2025 ລະຫວ່າງ ກະຊວງຍຸຕິທໍາ ແຫ່ງ ສປປ ລາວ ແລະ ກະຊວງຍຸຕິທໍາ ແຫ່ງ ສສ. ຫວຽດນາມ.
3. ບົດບັນທຶກຊ່ວຍຈຳ ວ່າດ້ວຍ ການຮ່ວມມື ລະຫວ່າງ ອໍານາດການປົກຄອງ ແຂວງອັດຕະປື ແຫ່ງ ສປປ ລາວ ແລະ ຄະນະກໍາມະການປະຊາຊົນ ແຂວງຢາລາຍ ແຫ່ງ ສສ ຫວຽດນາມ ໄລຍະ 2025-2030.
ພ້ອມກັນນີ້, ສອງສະຫາຍ ປະທານປະເທດ ລາວ ແລະ ຫວຽດນາມ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີ ມອບ-ຮັບ ໃບອະນຸຍາດລົງທຶນ (ສະບັບດັດແກ້) ໃຫ້ແກ່ ບໍລິສັດ ໄຟຟ້າເຊຂະໝານ 3 ຈໍາກັດ.
ຈາກນັ້ນ, ສອງສະຫາຍປະທານປະເທດ ລາວ ແລະ ຫວຽດນາມ ກໍໄດ້ເຂົ້າຮ່ວມພິທີບາສີສູ່ຂວັນ ເນື່ອງໃນໂອກາດບຸນປີໃໝ່ລາວ ແລະ ເຂົ້າຮ່ວມງານລ້ຽງຕ້ອນຮັບ ເພື່ອເປັນກຽດໃຫ້ແກ່ ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ຄະນະ ເນື່ອງໃນໂອກາດຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນຄັ້ງນີ້.


