ຕາມການຖະແຫຼງຂ່າວຂອງ ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ເຖິງຜົນສຳເລັດຂອງກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນເມສາ 2025 ວ່າ: ກອງປະຊຸມໄດ້ຕີລາຄາວ່າ ເຖິງວ່າ ສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາວຽກຈຸດສຸມທີ່ກຳນົດໄວ້ໃນບັນດາມະຕິສະພາແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ປະຈຳປີ 2025 ແລະ ຕາມມະຕິກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນມີນາ 2025 ສໍາເລັດຫລາຍດ້ານ ເປັນຕົ້ນ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ການເກັບລາຍຮັບເຂົ້າງົບປະມານ ສາມາດປະຕິບັດໄດ້ 24.325 ຕື້ກີບເທົ່າກັບ 71,16% ຂອງແຜນ 6 ເດືອນຕົ້ນປີທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 46,52%; ລາຍຈ່າຍທັງໝົດປະຕິບັດໄດ້ 13.520 ຕື້ກີບ ເທົ່າກັບ 37,16% ຂອງແຜນ 6 ເດືອນຕົ້ນປີ;
ສາມາດຄວບຄຸມອັດຕາແລກປ່ຽນບໍ່ໃຫ້ເໜັງຕີງແຮງ ເຮັດໃຫ້ເງິນກີບແຂງຄ່າຂຶ້ນເລັກນ້ອຍ; ສາມາດເພີ່ມຄັງສໍາຮອງເງິນຕາຕ່າງປະເທດ ຢ່າງຕໍ່ເນື່ອງ ກຸ້ມການນຳເຂົ້າໄດ້ຫລາຍກວ່າ 5 ເດືອນ

Scroll to Top