ແຈ້ງການ ຂອງຄະນະເລຂາທິການສະພາແຫ່ງຊາດ
ອີງຕາມກົດໝາຍວ່າດ້ວຍສະພາແຫ່ງຊາດ ສະບັບປັບປຸງປີ 2020 ມາດຕາ 60 ກ່ຽວກັບ ການດຳເນີນກອງປະຊຸມສະໄໝສາມັນປະຈຳຫົກເດືອນຕົ້ນປີ ຂອງສະພາແຫ່ງຊາດ ແລະ ອີງຕາມມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ສະບັບເລກທີ 158/ຄປຈ, ລົງວັນທີ 26 ພຶດສະພາ 2025.
ຄະນະເລຂາທິການສະພາແຫ່ງຊາດ ມີຄວາມຍິນດີ ແລະ ຂໍຖືເປັນກຽດແຈ້ງມາຍັງ ອົງການຈັດຕັ້ງພັກ, ລັດ ແລະ ພໍ່ແມ່ປະຊາຊົນລາວບັນດາເຜົ່າ ຊາບວ່າ: ກອງປະຊຸມສະໄໝສາ ມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຈະວັດຂຶ້ນຢ່າງເປັນທາງການ ລະຫວ່າງວັນທີ 09-26 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ, ນະຄອນຫຼວງວຽງຈັນ.
ດັ່ງນັ້ນ, ຄະນະເລຂາທິການສະພາແຫ່ງຊາດ ຈຶ່ງຂໍແຈ້ງມາເພື່ອຊາບດ້ວຍ