ສຸມໃສ່ປັບປຸງ 4 ລັດວິສາຫະກິດໃຫຍ່ ແລະ ສໍາຄັນ ຄື: ລັດວິສາຫະກິດໄຟຟ້າລາວ, ລັດວິສາຫະກິດ ການບິນລາວ, ລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ ແລະ ທະນາຄານນະໂຍບາຍ
————–
ວັນທີ 9 ມິຖຸນາ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລົດຖະມົນຕີ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IXວ່າ: ການປະຕິຮູບລັດວິສາຫະກິດ
ໄດ້ສຸມໃສ່ປັບປຸງ 4 ລັດວິສາຫະກິດໃຫ່ຍ ແລະ ສໍາຄັນ ຄື: ລັດວິສາຫະກິດໄຟຟ້າລາວ, ລັດວິສາຫະກິດ ການບິນລາວ, ລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ ແລະ ທະນາຄານນະໂຍບາຍ, ໃນນີ້:
– ລັດວິສາຫະກິດໄຟຟ້າລາວ: ໄດ້ສືບຕໍ່ປະຕິບັດ ແຜນປະຕິຮູບທີ່ໄດ້ຮັບຮອງຜ່ານມາ
– ລັດວິສາຫະກິດການບິນລາວ: ໄດ້ສຸມໃສ່ຈັດຕັ້ງຜັນຂະຫຍາຍບົດບັນທຶກການຮ່ວມທຶນກັບລັດວິສາຫະ ກິດຂອງ ສປ ຈີນ (ບໍລິສັດ COMAC)
– ລັດວິສາຫະກິດເຊື້ອໄຟລາວ: ໄດ້ສຸມໃສ່ຄົ້ນຄວ້າການຫັນລັດວິສາຫະກິດເຊື້ອໄຟລາວ ເປັນລັດຮ່ວມທຶນ ກັບເອກະຊົນທີ່ມີຄວາມເຂັ້ມແຂງ
– ສໍາລັບທະນາຄານນະໂຍບາຍ: ຈະປ່ຽນຊື່ເປັນທະນາຄານພັດທະນາຊົນນະບົດ ຊຶ່ງມີພາລະບົດບາດໃຫ້ ບໍລິການຮັບຝາກເງິນ, ສະຫນອງສິນເຊື່ອ ແລະ ຜະລິດຕະພັນອື່ນໆ.
Scroll to Top